Vientiane Times Lao
ບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລຸກຢາວ ຈໍາກັດ ລົງທຶນ ກ່ຽວກັບການຂຸດຄົ້ນ ແຮ່ເຫຼັກ ຢູ່ແຂວງໄຊສົມບູນ

ບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລຸກຢາວ ຈໍາກັດ ລົງທຶນ ກ່ຽວກັບການຂຸດຄົ້ນ ແຮ່ເຫຼັກ ຢູ່ແຂວງໄຊສົມບູນ

ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລຸກຢາວ ຈໍາກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ,ແຮ່ເຫຼັກ ແລະ ແຮ່ຕິດພັນ ໃນເນື້ອທີ່ 8,2 ກິໂລຕາແມັດ ເຂດບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2021 ຜ່າມມານີ້ ທີ່ສະໂມສອນກອງບັນຊາການທະ ຫານແຂວງ ລະຫວ່າງ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າອົງການປົກຄອງແຂວງ, ທ່ານ ສາຍຄໍາ ພິລາວົງ ປະທານບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ, ທ່ານ ຫງວຽນແມ໋ງເຢິນ ປະທານບໍລິສັດ ລຸກຢາວ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ອີງຕາມບົດບັນທຶກດັ່ງກ່າວ, ບໍລິສັດ ເອທີໂອໂຕ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລຸກຢາວ ຈໍາກັດ ຈະຕ້ອງໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກ ໃນໄລຍະເວລາຂອງບົດບັນທຶກ ກໍານົດແມ່ນ 24 ເດືອນ ຄື: ຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ.
ໂອກາດດັ່ງກ່າວ ທັງສອງບໍລິສັດ ໄດ້ມອບເງິນສົດ ຈໍານວນ 2 ຕື້ກ່ວາກີບ ແລະ ມອບລົດຣີໂວ ຈໍານວນ 3 ຄັນ ມູນຄ່າ 1ຕື້ກ່ວາກີບ ເພື່ອຊຸກຍູ້ການພັດທະນາ ແຂວງໄຊສົມບູນ ພ້ອມກັນນັ້ນ ຍັງໄດ້ປະກອບສ່ວນມອບເງິນສົດ ອີກ ຈໍານວນ 121 ລ້ານກ່ວາກີບ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 ອີກຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງໄຊສົມບູນ ຕື່ມອີກ.

ຂໍ້ມູນຂ່າວ: ພາພອນ ນະວົງໄຊ

Related Articles

Leave a Reply