Vientiane Times Lao
ບໍ່ຄວນລົດລະໃນການຕ້ານໂຄວິດ-19 ເຖິງວ່າການລະບາດບໍ່ເພີ່ມຂຶ້ນໃນລາວ

ບໍ່ຄວນລົດລະໃນການຕ້ານໂຄວິດ-19 ເຖິງວ່າການລະບາດບໍ່ເພີ່ມຂຶ້ນໃນລາວ

ຄະນະສະເພາະກິດລາຍງານໃຫ້ຮູ້ໃນຕອນບ່າຍມື້ນີ້ວ່າ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຈາກຜົນກວດທັງໝົດ 16 ຄົນ, ແຕ່ບໍ່ຄວນລົດລະໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງວ່າສະພາບການລະບາດຢູ່ລາວບໍ່ເພີ່ມ ຂຶ້ນກໍ່ຕາມ ເພາະຢູ່ຫຼາຍປະເທດຍັງສືບຕໍ່ຮ້າຍແຮງຢູ່.

ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 24,718 ຄົນ ແລະ ເສຍຊີວິດ 1,507 ຄົນ ຕໍ່ວັນ, ສະເພາະ ປະເທດໃກ້ຄຽງມີບາງປະເທດຍັງມີການລະບາດ  ເປັນຕົ້ນ ຢູ່ ສິງກະໂປ, ອິນໂດເນເຊຍ, ຟິລິບປິນ ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຈາກ 100-500 ກວ່າຄົນ ແລະ ເສຍຊິວິດ 40-100 ຄົນໃນວັນດຽວ.

ຄະນະສະເພາະກິດ ຍັງໄດ້ກ່າວຕໍ່ສື່ມວນຊົນ ໃນໂອກາດຖະແຫຼງຂ່າວວ່າ ສະເພາະມື້ນີ້ ສັງເກດເຫັນວ່າ ໃນນະຄອນຫຼວງວຽງຈັນ ມີການສັນຈອນ ຂອງລົດລາງພາຫະນະເປັນຈຳນວນຫຼາຍ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນສືບຕໍ່ຈຳກັດຕົນເອງຢູ່ເຮືອນ ແລະ ກໍ່ຂໍໃຫ້ຄະນະເຈົ້າໜ້າທີ່ກວດກາຄວາມເປັນລະບຽບຮຽບຮ້ອຍຄືໄລຍະຜ່ານມາ ຍ້ອນວ່າ ຄໍາສັ່ງ 06/ນຍ ຍັງສືບຕໍ່ປະຕິບັດໄປຈົນຮອດວັນທີ 03 ພຶດສະພາ 2020. ສະນັ້ນ ທຸກຄົນຕ້ອງເຂັ້ມງວດ ຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະ ຍາດ ໂຄວິດ-19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດເພື່ອຜ່ານວິກິດຂອງການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply