Vientiane Times Lao
ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນມື້ທີ 11 ແລ້ວ

ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນມື້ທີ 11 ແລ້ວ

ຄະນະສະເພາະກິດ ລາຍງານໃນໂອກາດຖະແຫຼງຂ່າວຕອນບ່າຍມື້ນີ້ວ່າ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຈາກການເກັບຕົວຢ່າງມາກວດທັງໝົດ 67 ຄົນ.

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ມາຮອດມື້ນີ້ ເປັນມື້ທີ 11 ແລ້ວ ທີ່ບໍ່ມີກໍລະນີຕິດເຊື້ອໃໝ່ ຈາກຜົນກວດທັງໝົດ 67 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 5 ຄົນ, ກໍລະນີ ມີອາການສົງໄສ 11 ຄົນ ແລະ 51 ຄົນຈາກກຸ່ມຄົນລາວທີ່ໄປອອກແຮງງານຢູ່ໄທ ກັບມາລາວ.

ປະຈຸບັນ ມີພຽງແຕ່ 1 ຄົນ ທີ່ປີ່ນປົວຢູ່ໂຮງໝໍ ແຂວງຫຼວງພະບາງ ແລະ 14 ຄົນ ປີ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ພາຍຫຼັງປີ່ນປົວຫາຍດີແລ້ວ 4 ຄົນ.

ມາຮອດເວລາ 6 ໂມງເຊົ້າຂອງວັນທີ 23 ເມສາ 2020, ທົ່ວໂລກມີການລາຍງານການລະບາດທັງໝົດ 210 (ປະເທດ/ເຂດ), ມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2,633,001 (ເພີ່ມໃໝ່ 77,241), ເສຍຊິວິດ 183,882 (ເພີ່ມໃໝ່ 6,423), ປີ່ນປົວຫາຍດີ 717,220 (ເພີ່ມໃໝ່ 28,790), ມີບາງປະເທດຈຳນວນຜູ້ຕິດເຊື້ອມື້ດຽວມີເຖິງ 27,948 ຄົນ ແລະ ເສຍຊີວິດ 2,219 ຄົນຕໍ່ວັນ.

ສະເພາະກຸ່ມປະເທດອາຊຽນ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດຕິດເຊື້ອໃໝ່ ໃນວັນທີ 22 ເມສາ 2020 ນີ້ ເຖິງ 1,016 ຄົນ ແລະ ເສຍຊີວິດໃນມື້ດຽວເຖິງ 19 ຄົນ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply