ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ຖະແຫຼງໃນຕອນບ່າຍມື້ນີ້ໃຫ້ຮູ້ວ່າ ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່ ຈາກຜົນກວດທັງໝົດ 74 ຄົນ.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ກ່າວໃນການຖະແຫຼງຂ່າວມື້ວັນທີ 25 ເມສາ ນີ້ວ່າ ຜ່ານການກວດວິເຄາະ ຈາກກໍລະນີສົງໄສ ແລະ ສໍາຜັດ ໃກ້ຊິດ ທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, ເຊິ່ງເວັ້ນໄລຍະຫ່າງເປັນ 14 ວັນແລ້ວ.
ສໍາລັບຜູ້ທີ່ໄດ້ຮັບການປີ່ນປົວຢູ່ໂຮງໝໍທັງໝົດ 12 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ 1 ຄົນ ແລະ ໂຮງໝໍມິດຕະພາບ 11 ຄົນ ທັງໝົດແມ່ນໄດ້ຮັບການປີ່ນປົວ ແລະ ໃສ່ຢາຄົບແລ້ວ ຍັງລໍຖ້າແຕ່ຜົນກວດຕື່ມອີກ ຖ້າຜົນກວດ 2 ຄັ້ງຕິດຕໍ່ກັນບໍ່ພົບເຊື້ອ ແມ່ນຈະໄດ້ທະຍອຍກັນອອກໂຮງໝໍ ໃນໂອກາດອັນໃກ້ນີ້.
ສະເພາະ ສປປ ລາວ ເຫັນວ່າ 14 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອໃໝ່ ມີຈໍານວນຜູ້ຕິດເຊື້ອສະສົມພຽງແຕ່ 19 ຄົນເທົ່ານັ້ນ ແລະ ກໍ່ໄດ້ອອກໂຮງໝໍແລ້ວ 07 ຄົນ ແລະ ຍັງເຫຼືອ 12 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ.
ເພື່ອເປັນການສືບຕໍ່ປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວກັບມາລະບາດໃນຮອບທີ 2, ຄະນະສະເພາະກິດ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 03 ພຶດສະພາ 2020.
ຂ່າວ: ວຽງຈັນທາຍ


