Vientiane Times Lao
ບໍ່ລອດ! 2 ໜຸ່ມສັນຊາດໄທຖືກກັກຕົວຢູ່ລາວຍ້ອນລັກລອບຂົນສົ່ງຢາບ້າ

ບໍ່ລອດ! 2 ໜຸ່ມສັນຊາດໄທຖືກກັກຕົວຢູ່ລາວຍ້ອນລັກລອບຂົນສົ່ງຢາບ້າ

2 ໜຸ່ມສັນຊາດໄທຊື່ທ້າວ ອານຸຊາ ແລະ ທ້າວ ສິດທິພົນ ໄດ້ຖືກເຈົ້າໜ້າທີ່ ປກສ ແຂວງວຽງຈັນກັກຕົວໃນຂໍ້ກ່າວຫາລັກລອບຂົນສົ່ງຢາບ້າ ແລະ ຢຶດຢາບ້າໄດ້ 800,000 ເມັດ.  

ກ່ອນຈະກັກຕົວພວກກ່ຽວ ຍ້ອນວ່າໃນວັນທີ 10 ເມສາ 2025 ທີ່ຜ່ານມາ ໄດ້ມີພົນລະເມືອງດີແຈ້ງວ່າ ພົບບັ້ງອົກຊີ ທີ່ມີຄົນເອົາມາຊຸກເຊື່ອງໄວ້ຢູ່ປ່າແຄມນ້ຳຂອງເຂດບ້ານ ວັງ ເມືອງໝື່ນ ແຂວງວຽງຈັນ, ຫຼັງຈາກນັ້ນເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ປກສ ເມືອງໝື່ນ ແລະ ພາກສ່ວນທີ່ກ່ຽວຂ້ອງລົງກວດກາຕົວຈິງພົບບັ້ງອົກຊີຈໍານວນ 07 ບັ້ງ ບັນຈຸຢາບ້າຈໍານວນ 700,000 ເມັດ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະສືບຄົ້ນຫາເປົ້າໝາຍ, ມາຮອດວັນທີ 2 ພຶດສະພາ 2025 ເຈົ້າໜ້າທີ່ຕຳຫຼວດໄດ້ກັກຕົວ ນາງ ກອນ ປະຊາຊົນຢູ່ບ້ານ ປາກຕອນ ເມືອງສັງທອງ ນະຄອນຫຼວງວຽງຈັນ ມາທຳການສືບສວນ-ສອບສວນ, ນາງ ກອນ ໃຫ້ການຮັບສາລະພາບວ່າຢາບ້າຈໍານວນດັ່ງກ່າວແມ່ນຂອງທ້າວ ອານຸຊາ ເປັນຄົນສັນຊາດໄທ ທີ່ມາພັກເຊົ່າຢູ່ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ໄດ້ຕິດຕາມຊອກຫາຕົວທ້າວ ອານຸຊາ, ຮອດວັນທີ 8 ສິງຫາ 2025 ເວລາ 18 ໂມງ 30 ນາທີ ເຈົ້າໜ້າທີ່ໄດ້ເຂົ້າຈັບທ້າວ ອານຸຊາ ຢູ່ບ້ານ ນາໄຫ ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ ແລະ ວັນທີ 9 ສິງຫາ 2025 ໄດ້ເຂົ້າກວດຄົ້ນບ່ອນພັກເຊົາຂອງຜູ້ກ່ຽວຢູ່ບ້ານ ນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໄດ້ກັກຕົວທ້າວ ສິດທິພົນ ສັນຊາດໄທ ພ້ອມຂອງກາງຢາບ້າ ຈຳນວນ 100,000 ເມັດ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ອານຸຊາ ແລະ ທ້າວ ສິດທິພົນ ຮັບສາລະພາບວ່າ:ຢາບ້າຈໍານວນດັ່ງກ່າວ ນັ້ນແມ່ນຂອງພວກກ່ຽວແທ້.

ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະ ກໍາລັງເລັ່ງດໍາເນີນການສືບສວນ-ສອບສວນ ພວກກ່ຽວທັງ 2 ຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງວຽງຈັນ (ໂພທິສານ)

Related Articles

Leave a Reply