ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ມ້າງຄະດີຢາເສບຕິດລາຍໃຫຍ່ ກັກຜູ້ຖືກຫາ 1 ຄົນ ພ້ອມຢຶດຂອງກາງ ປະເພດຢາໄອສ 6 ເປົາ ເທົ່າກັບ 253 ຫໍ່, ຢາບ້າ 3 ເປົາ ເທົ່າກັບ 109 ແພັກ ລວມ 1.090.000 ເມັດ ຊຶ່ງປະຈຸບັນ ເຈົ້າໜ້າທີ່ ກຳລັງສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ດຳເນີນຄະດີກັບຜູ້ຕ້ອງຫາຕາມກົດໝາຍ.
ເຫດການຈັບກຸມ ແລະ ຢຶດຂອງກາງດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ລາຍງານວ່າ: ໃນວັນທີ 12 ມີນາ 2025 ຜ່ານມານີ້, ເຈົ້າໜ້າທີ່ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີກຸ່ມຄົນຈຳນວນໜຶ່ງ ໄດ້ລັກລອບຂົນຢາເສບເສບຕິດຂ້າມໄປສົ່ງຢູ່ປະເທດໃກ້ຄຽງ ໃນຂອບເຂດບ້ານ ຜາໂປງ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ.
ພາຍຫຼັງໄດ້ຮັບແຫຼ່ງຂ່າວຄືແນວນັ້ນ, ທາງເຈົ້າໜ້າທີ່ ຈິ່ງໄດ້ຂຶ້ນບັນຊີເປົ້າໝາຍພ້ອມຕິດຕາມ ການເຄື່ອນໄຫວ, ມາຮອດວັນທີ 4 ກໍລະກົດ 2025 ເວລາປະມານ 20 ໂມງ 18 ນາທີ ໄດ້ເຫັນເປົ້າໝາຍຂີ່ລົດກະບະລີໂວ ສີຂາວ ໝາຍເລກທະບຽນ: ນພ 2277 ກຳແພງນະຄອນ ຂັບຂີ່ລົງມາແຄມນໍ້າຂອງເຂດ ບ້ານ ຜາໂປງ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ, ເຈົ້າໜ້າທີ່ ຈິ່ງໄດ້ຕິດຕາມ ແລະ ເຂົ້າກັກລົດຄັນດັ່ງກ່າວ ພ້ອມກັກຕົວທ້າວ ໄມ ສີບຸນທອນ ອາຍຸ 33 ປີ ປະຊາຊົນ ຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ພ້ອມທັງຢຶດຂອງກາງປະເພດຢາເສບຕິດ ຈໍານວນດັ່ງກ່າວ.
ທີ່ມາ: ປກສ ແຂວງບໍລິຄຳໄຊ