Vientiane Times Lao
ປກສ ແຂວງບໍ່ແກ້ວຢຶດຢາບ້າ 19 ລ້ານເມັດ ແລະ ຢາໄອ 1.548 ຖົງ

ປກສ ແຂວງບໍ່ແກ້ວຢຶດຢາບ້າ 19 ລ້ານເມັດ ແລະ ຢາໄອ 1.548 ຖົງ

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ຢຶດຢາບ້າ ຈໍານວນ 9.500 ມັດ ເທົ່າກັບ 19 ລ້ານເມັດ ນໍ້າໜັກ 1.900 ກິໂລກຼາມ ແລະ ຢາໄອ ຈໍານວນ 1.648 ຖົງ ນໍ້າໜັກ 1.648 ກິໂລກຼາມ ທີ່ຊຸກເຊື່ອໄວ້ໃນ ລົດບັນທຸກຫົວລາກ 22 ລໍ້ ແລະ ຈັບຕົວຜູ້ຂັບລົດຄັນດັ່ງກ່າວມາດໍາເນີນຄະດີ.

ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວ ຈະມີການຂົນສົ່ງຢາເສບຕິດຈຳນວນຫຼາຍ ຈາກແຂວງບໍ່ແກ້ວ ໄປທາງແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງລົງຕິດຕາມຊອກຫາເປົ້າໝາຍ, ຈົນຮອດເວລາປະມານ 21:00 ໂມງຂອງວັນທີ 20 ຕຸລາ 2025 ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຂັບຂີ່ມາແຕ່ ບ້ານປາກຮາວໃຕ້, ຜ່ານໄຟແດງຫໍຫຼັກເມືອງ ມຸງໜ້າໄປທາງບ້ານປຸງ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມລົດເປົ້າໝາຍ ພ້ອມທັງແຈ້ງໃຫ້ເຈົ້າ ໜ້າທີ່ຈະລາຈອນ ປະຈໍາຢູ່ຈຸດ ບ້ານປຸງຊ່ວຍລັດສະກັດລົດເປົ້າໝາຍຄັນດັ່ງກ່າວ, ຮອດເວລາປະມານ 22:00 ໂມງ ຈຶ່ງສາມາດກັກລົດເປົ້າໝາຍໄດ້ ພ້ອມຈັບຜູ້ຂັບຂີ່ລົດຂົນຢາເສບຕິດໄດ້ ຊື່ ທ້າວ ຊາຍຈື ອາຍຸ 30 ປີ ຢູ່ບ້ານຫ້ວຍຢ່າ ເມືອງໄຊ ແຂວງອຸດົມໄຊ.

ຈາກນັ້ນ,ໄດ້ນໍາເອົາລົດບັນ ທຸກຫົວລາກ 22 ລໍ້, ສີແດງ ໝາຍເລກທະບຽນ ບກ 0745 ອຸດົມໄຊ ມາກວດຄົ້ນ ຢູ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ພົບຢາເສບຕິດຈໍານວນດັ່ງກ່າວ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະ ເພາະ ພວມດໍາເນີນການສອບສວນຂະຫຍາຍຜົນ ເພື່ອຕິດ ຕາມຜູ້ຖືກຊັດທອດ ຫຼື ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.

ທີ່ມາຂ່າວ: ປກສ ແຂວງບໍ່ແກ້ວ

 

Related Articles

Leave a Reply