ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຢຶດຢາເສບຕິດຫຼາຍປະເພດເມື່ອມໍ່ໆມານີ້ທີ່ຊຸກເຊື່ອງໄວ້ໃນລົດບັນທຸກນ້ຳມັນ (ລົດສະແຕັກ) ບໍ່ຮູ້ວ່າເປັນຂອງບໍລິສັດໃດ ຕິດປ້າຍທະບຽນ ບກ 6078 ນະຄອນຫຼວງວຽງຈັນ ແລ່ນອອກຈາກຫ້ວຍຊາຍ ມຸ້ງໜ້າໄປທາງແຂວງຫຼວງນ້ຳທາ ໂດຍແມ່ນທ້າວ ເຢັ້ງກົ້ງ ຈັ້ງ ເປັນຜູ້ຂັບຂີ່ລົດຄັນດັ່ງກ່າວ.
ຢາເສບຕິດ ຫຼື ຂອງກາງທີ່ຢຶດໄດ້ລວມມີເຄຕາມີນ ຖົງສີຂຽວ ຈຳນວນ 1752 ຫໍ່, ນໍ້າໜັກ 1752 ກິໂລກຣາມ; ເຄຕາມີນຖົງສີຂາວ ຈຳນວນ 168 ຫໍ່, ນໍ້າໜັກ 168ກິໂລກຣາມ; ຢາບ້າ ຈໍານວນ 1.998.000 ເມັດ, ນໍ້າໜັກ 199,8ກິໂລກຣາມ; ຄໍລາເຈນ ຈໍານວນ 1.500 ຊອງ, ນໍ້າໜັກ 15ກິໂລກຣາມ; ແປ້ງຝຸ່ນສີຂາວ ຈໍານວນ 02 ເປົາ; ຂາຄູ່ ຈໍານວນ 18 ຖົງ, ນໍ້າໜັກ 800 ກຣາມ; ລົດບັນທຸກ 10 ລໍ້ (ລົດສະແຕັກ) ຈຳນວນ 01 ຄັນ; ໂທລະສັບມືຖື ຈຳນວນ 01 ໜ່ວຍ; ບັດປະຈໍາຕົວ 01 ໃບ; ໃບຂັບຂີ່ຍານພະຫະນະ 01ໃບ
ກັກຕົວຜູ້ຖືກຫາ ຈໍານວນ 01 ຄົນຄື ທ້າວ ເຢັງກົ້ງ ຈັ້ງ ອາຍຸ 26 ປີ ອາຊີບເຮັດນາ ສັນຊາດລາວ ຊົນເຜົ່າມົ້ງ, ຢູ່ບ້ານແກ່ວແສດ ເມືອງຄູນ ແຂວງຊຽງຂວາງ
ປະຈຸບັນທາງເຈົ້າທີ່ຕໍາຫຼວດວິຊາສະເພາະ ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາແຫຼ່ງທີ່ມາຂອງຢາເສບຕິດ.
ແຫຼ່ງຂໍ້ມູນຂ່າວ: ປກສ ແຂວງບໍ່ແກ້ວ