ນາຍຕໍາຫຼວດ 2 ນາຍທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດໄດ້ຖືກປະຕິບັດວິໄນອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ ແລະ ນະໂຍບາຍໃດໆຖານເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ່ອນ, ພັກເຊົາ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແຜ່ລະບາດ ເຊື້ອພະຍາດໂຄວິດ-19 ຢູ່ໃນລາວ ໂດຍໄດ້ມີພິທີລົງວິໄນດັ່ງກ່າວ ເມື່ອວັນທີ 10 ພຶດສະພາ 2021 ທີ່ກອງບັນຊາການ ປກສ ແຂວງສະຫວັນະເຂດ ໂດຍການເປັນປະທານໂດຍ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ.
ນາຍຕໍາຫຼວດທີ່ຖືກປະຕິບັດວິໄນດັ່ງກ່າວປະກອບມີ ທ່ານ ຮອ ພູໃສ ສີສະຫວັນ ອາຍຸ 34 ປີ, ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ຫ້ອງການຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຍ້ອນມີການລະເມີດລະບຽບກົດໝາຍ ວ່າດ້ວຍກໍາລັງ ປກສ ໂດຍການເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ່ອນ, ພັກເຊົາ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແຜ່ລະບາດ ເຊື້ອພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໃນປະຈຸບັນ, ພົວພັນການຫຼິ້ນການພະນັນເຖື່ອນ, ພົວພັນຊື້-ຂາຍຊັບຜິດກົດໝາຍ (ຄ້າ-ຂາຍເຖື່ອນ) ແລະ ທ່ານ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ, ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ກອງບັນຊາການ ປກສ ເມຶອງສອງຄອນ, ຂື້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຍ້ອນມີການກະທໍາຜິດຕໍ່ລະບຽບກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ກ່ຽວກັບການສວຍໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ພົວພັນກຸ່ມແກ້ງຄ້າຂາຍຢາເສບຕິດ, ຫຼິ້ນການພະນັນ ເຖື່ອນ, ຄ້າ-ຂາຍເຖື່ອນ ແລະ ຂາດສະຕິຕໍ່ການຈັດຕັ້ງ, ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແຜ່ລະບາດ ເຊື້ອພະຍາດໂຄວິດ-19 ຢູ່ໃນ ສປປ ລາວ.
ຂໍ້ມູນ-ພາບ: ປກສ ແຂວງສະຫວັນນະເຂດ


