Vientiane Times Lao
ປະກາດຄ້າຍເກົ່າທະຫານຝຣັ່ງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງບໍ່ແກ້ວ

ປະກາດຄ້າຍເກົ່າທະຫານຝຣັ່ງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງບໍ່ແກ້ວ

ອໍານາດການປົກຄອງແຂວງບໍ່ແກ້ວ ປະກາດຮັບຮອງຄ້າຍເກົ່າທະຫານຝຣັ່ງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງບໍ່ແກ້ວ, ຊຶ່ງພິທີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ສິງຫາ 2025 ທີ່ຄ້າຍເກົ່າທະຫານຝຣັ່ງ ໂດຍເປັນກຽດເຂົ້າຮ່ວມມີທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປະຫວັດຄວາມເປັນມາຂອງຄ້າຍເກົ່າທະຫານແຫ່ງນີ້ແມ່ນໜຶ່ງໃນສາມຂອງຄ້າຍທະຫານຝຣັ່ງ ທີ່ສ້າງຂຶ້ນໃນລະຫວ່າງປີ 1920-1930 ຢູ່ບັນດາແຂວງພາກເໜືອຂອງລາວ ເອີ້ນວ່າ: ຄ້າຍແດງຢູ່ຫ້ວຍຊາຍພາຍຫຼັງໄດ້ຮັບການປົດປ່ອຍແລ້ວຈຶ່ງໄດ້ເອີ້ນວ່າຄ້າຍສິບ ຫຼືຄ້າຍອຸປະຖຳໃນປະຈຸບັນ.

ຍ້ອນເຫັນໄດ້ຄຸນຄ່າມໍລະ ດົກທາງດ້ານປະຫວັດສາດ, ອັນເປັນຊັບສົມບັດອັນລ້ຳຄ່າທີ່ໂດດເດັ່ນພາຍໃນທ້ອງຖິ່ນທີ່ຕ້ອງໄດ້ຈາລຶກໄວ້ ເພື່ອຫວນຄືນເຖິງເຫດການໃນການເຄື່ອນໄຫວຕໍ່ສູ້ກູ້ຊາດໃນອະດີດ ແລະ ເປັນອີກໜຶ່ງສະຖານທີຍັງຄົງເຫຼືອຮ່ອງ ຮອຍປະຫວັດສາດທີ່ມີສະພາບດັ້ງເດີມ, ດັ່ງນັ້ນ ພະແນກ ຖວທ ແຂວງ ກໍ່ຄືຄະນະກຳມະການມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຈຶ່ງໄດ້ປະສານສົມທົບກັບກົມມໍລະດົກ ກະຊວງ ຖວທ ໄດ້ເຫັນດີ ແລະ ເປັນເອກະພາບກັນຂຶ້ນທະບຽນ ແລະ ຮັບຮອງເອົາຄ້າຍເກົ່າທະຫານຝຣັ່ງເຂົ້າເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ທາງດ້ານປະຫວັດສາດຂອງແຂວງບໍ່ແກ້ວ ຢ່າງເປັນທາງການ.

ຂ່າວຈາກ: ແຂວງບໍ່ແກ້ວ

Related Articles

Leave a Reply