ທ່ານດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນພິທີມອບຮັບວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620ໂດສ ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility ເມື່ອວັນທີ 2 ມິຖຸນາວ່າ: “ວັກຊີນຟາຍເຊີທີ່ມາຮອດ ສປປ ລາວໃນມື້ນີ້ ແມ່ນໜຶ່ງໃນຫຼາຍວັກຊີນຕ້ານພະຍາດໂຄວິດ-19 ທີ່ ປະເທດເພື່ອນມິດ ຫຼື ອົງການສາກົນ ທີ່ໄດ້ຊ່ວຍລັດຖະບານແຫ່ງສປປ ລາວ ໃນການສັກເພື່ອສ້າງພູມຕ້ານທານໃຫ້ປະຊາຊົນລາວໃນການຕ້ານກັບພະຍາດດັ່ງກ່າວ ຊຶ່ງຕາມແຜນການຂອງລັດຖະບານລາວໄດ້ວາງຄາດໝາຍໃນການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ປະຊາຊົນໃນຂອບເຂດທົ່ວປະເທດໃຫ້ໄດ້ 50% ຫຼື ຫຼາຍກວ່າ 3 ລ້ານຄົນ ໃນປີ 2021.
ທ່ານດຣ. ສະໜອງ ກ່າວຕື່ມວ່າ: ວັກຊີນກັນພະຍາດໂຄວິດ-19 ທີ່ ສປປ ລາວໄດ້ຮັບການຊ່ວຍເຫຼືອຈາກສາກົນເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເເລະ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ເຖິງເເມ່ນວ່າຫຼາຍຄົນທີ່ໄດ້ຮັບການສັກຢາວັກຊີນຕ້ານພະຍາດດັ່ງກ່າວຄົບ 2 ເຂັມແລ້ວນັ້ນຍັງຕ້ອງດໍາລົງຊີວິດແບບໃໝ່ບໍ່ຕ່າງຫຍັງກັບຜູ້ທີ່ບໍ່ໄດ້ສັກ, ຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງສັງຄົມ,ໃສ່ຜ້າອັດປາກ-ດັງ ເເລະ ໝັ່ນລ້າງມືຂອງຕົນເປັນປະຈຳ ແລະ ອື່ນໆ.
ຮອດປັດຈຸບັນນີ້, ລາວສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບເຂັມທີ 1 ໄດ້ແລ້ວ 664.661 ໂດສ ແລະ ເຂັມທີ 2 ສັກໄດ້ແລ້ວ 249.353 ໂດສ.
