ໂຄງການຮ່ວມໃຈສາຍໄຍໂລມາຄຳ ເລີ່ມກໍ່ສ້າງຝາຍນ້ຳລົ້ນ ໃຫ້ປະຊາຊົນບ້ານປາແນະ ຢູ່ເມືອງນອງ ແຂວງສະຫວັນນະເຂດ ຫຼັງຈາກກ່ອນໜ້ານີ້ໄດ້ສໍາເລັດການສ້າງນໍ້າບາດານ ໂດຍການຮ່ວມມືຂອງປະຊາຊົນພາຍໃນບ້ານ.
ຈຸດປະສົງການສ້າງຝາຍນີ້ແມ່ນ ເພື່ອເກັບນ້ຳໄວ້ໃຊ້ຫົດຜົນລະປູກໃນສວນທີ່ເລາະຕາມສາຍຫ້ວຍ, ສ້າງລະບົບນິເວດ ຊີວະນາໆພັນໃຫ້ເກິດຕາມທຳມະຊາດ ແລະ ເປັນບ່ອນລ້ຽງປາລວມຂອງບ້ານ.
ວິຊາການໂຄງການຮ່ວມໃຈສາຍໄຍໂລມາຄຳ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້ານີ້ ວັນທີ 5 ມີນາ 2020 ວ່າ: ການສ້າງຝາຍຢູ່ບ້ານປາແນະ ຄາດວ່າຈະສໍາເລັດໃນກາງເດືອນນີ້ ແລະ ຫຼັງຈາກນັ້ນກໍ່ຈະມີການສ້າງຝາຍ ຢູ່ບ້ານຕາຢົງ ແລະ ບ້ານລະໃກ້ ຕາມລໍາດັບ ຄາດວ່າການສ້າງຝາຍ ຢູ່ 3 ບ້ານນີ້ແມ່ນຈະສໍາເລັດກ່ອນລະດູຝົນທີ່ຈະມາເຖິງນີ້.
ໂຄງການດັ່ງກ່າວ ແມ່ນການປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກ ທ່ານເກ໋ຍ ອູ່ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລ ມາຄໍາ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ອໍານວຍການສະຖາບັນການເງິນ ສາຍໄຍຈຸລະພາກ ຢູ່ແຂວງສະຫວັນນະເຂດ ລວມມູນຄ່າຫຼາຍກວ່າ 1 ຕື້ກີບ.
ມີປະຊາຊົນ 63 ຄອບຄົວທີ່ທຸກຍາກດໍາລົງຊີວິດ ຢູ່ 3 ບ້ານຄື: ບ້ານປາແນະ, ບ້ານຕາຢົງ ແລະ ບ້ານລະໃກ້ ຢູ່ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ທີ່ນອນຢູ່ໃນໂຄງການດັ່ງກ່າວ.
ໂຄງການຮ່ວມໃຈສາຍໄຍປາໂລມາຄໍາ ນີ້ມີຈຸດປະສົງ ເພື່ອຊຸກຍູ້ສົ່ງເສີມເສດຖະກິດຄອບຄົວເປົ້າໝາຍ ໂດຍການສ້າງເງື່ອນໄຂໃຫ້ປະຊາຊົນຮູ້ພັດທະນາຕົນເອງໃນການຮູ້ສ້າງຢູ່ທໍາກິນ ໃຫ້ມີອາຊີບຄົງທີ່ ເຊິ່ງທາງໂຄງການຈະສ້າງນໍ້າບາດານ 3 ແຫ່ງໃຫ້ແຕ່ລະບ້ານ ແລະ ສ້າງຝາຍນໍ້າລົ້ນໃຫ້ບ້ານລະ 1 ແຫ່ງ ນອກນັ້ນຈະມອບດິນເພື່ອສົ່ງເສີມການປູກພືດຕ່າງໆ, ສົ່ງເສີມການລ້ຽງສັດ, ການສ້າງສູນກ້າເບ້ຍໄມ້, ສູນອະນຸບານເບ້ຍໄມ້, ສູນອະນຸບານສັດຢູ່ 2 ຈຸດ ຄືຢູ່ຈຸດສຸມຕັງອາໄລ ແລະ ຢູ່ສວນເພາະປູກຂອງໂຮງຮຽນປະຖົມບ້ານຕະຢົງ ເພື່ອໃຫ້ນັກຮຽນ ແລະ ປະຊາຊົນໄດ້ມາຮຽນຮູ້ຂັ້ນຕອນການປູກ, ການລ້ຽງ, ການບົວລະບັດ, ການເຮັດຝຸ່ນບົ່ມ ນອກນັ້ນໂຄງການຍັງສົ່ງເສີມການເຮັດຫັດຖະກໍາຕໍ່າຫູກ ແລະ ຈັກສານ.
ຂ່າວ: ວຽງຈັນທາຍ
ພາບ: ໂຄງການຮ່ວມໃຈສາຍໄຍໂລມາຄຳ