ບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ພົບປະ ແລະ ແນະນໍາຕົວກັບຜູ້ມີສິດປ່ອນບັດເລືອກຕັ້ງ ໃນວັນທີ 9 ກຸມພາ 2026 ທີ່ຜ່ານມານີ້ ຢູ່ບ້ານວຽງຄໍາ ເມືອງວຽງຄໍາ, ນຳພາໂດຍທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງຫຼວງພະບາງ ຜູ້ສະໜັກຮັບເລືອກຕັ້ງ ນໍ້າເບີ 2, ທ່ານ ສໍານານ ສົນທະນີ ກໍາມະການປະຈໍາພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ນໍ້າເບີ 3, ທ່ານ ນາງ ຈັນດີ ເຢັງວື ກໍາມະການພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 9, ທ່ານ ນາງ ກິ່ງນະຄອນ ຈັນທະກຸມມານ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 10, ທ່ານ ສຸລິໄຊ ຫົງສາຄອນ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 11, ທ່ານ ພັນເອກ ວິລະສິນ ມິດຕະພອນ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 13 ແລະ ທ່ານ ນາງ ວົງພະຈັນ ວົງປະດິດ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 14, ພ້ອມດ້ວຍ ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງຄໍາ ຈຳນວນ 7 ທ່ານ ຍິງ 1 ທ່ານ, ມີການນຳຂອງເມືອງ, ອົງການປົກຄອງບ້ານ ແລະປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມ.
ໃນພິທີ, ຜູ້ຮັບສະໝັກເລືອກຕັ້ງ ໄດ້ພັດປ່ຽນກັນນໍາສະເໜີ ປະຫວັດການເຄື່ອນໄຫວແຕ່ລະໄລຍະ ພ້ອມທັງ ແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ຜົນງານ ແລະ ວິໄສທັດຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ຕັດສິນໃຈ ເລືອກເອົາຜູ້ທີ່ຕົນເຫັນວ່າ ມີມາດຕະຖານຄົບຖ້ວນ ເປັນຕົວແທນຂອງປະຊາຊົນ ບັນດາເຜົ່າຢູ່ໃນສະພາ. ສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພົບປະ ແລກປ່ຽນຄໍາເຫັນ ເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ຄະນະຮັບຜິດຊອບ ໄດ້ຕາງໜ້າຜ່ານຊີວະປະຫວັດ ແລະ ຂໍ້ມູນສຳຄັນ ຂອງຜູ້ສະໝັກ ສສຊ ທ່ານອື່ນໆ ທີ່ໄດ້ແບ່ງກຸ່ມລົງເຄຶ່ອນໄຫວໃນແຕ່ລະຈຸດ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກທຸກທ່ານຢ່າງຄົບຖ້ວນ ກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.
ທົ່ວເມືອງວຽງຄໍາ ມີ 72 ບ້ານ, ມີພົນລະເມືອງ 33,290 ຄົນ ຍິງ 15,900 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງ 74 ໝ່ວຍ, ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 16,583 ຄົນ ຍິງ 8,062 ຄົນ.
ຂ່າວ-ພາບ: ທະນູສິນ ອິດທິພົນ


