Visit BigblueAgency
ແຈ້ງການເລື່ອນຈັດງານບຸນດອກງິ້້ວບານຄັ້ງທີ 20 ແບບບໍ່ມີກໍານົດ

ແຈ້ງການເລື່ອນຈັດງານບຸນດອກງິ້້ວບານຄັ້ງທີ 20 ແບບບໍ່ມີກໍານົດ

ຫ້ອງວ່າການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການມື້ເຊົ້ານີ້ ວັນທີ 28 ມັງກອນ ເຖິງບັນດາອໍານາດການປົກຄອງ ຕະຫຼອດຮອດພໍ່ແມ່ປະຊາຊົນວ່າ: ງານບຸນດອກງິ້້ວບານຄັ້ງທີ 20 ຢູ່ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2020 ນີ້ ແມ່ນຈະເລື່ອນການຈັດງານໂດຍບໍ່ມີກໍານົດ ເນື່ອງຈາກສະພາບການລະບາດຂອງໄວຣັສ ໂຄໂຣນ່າ, ຈຸດປະສົງໃນການເລື່ອນຈັດງານດັ່ງກ່າວກໍ່ເພື່ອປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ມາແຜ່ຂະຫຍາຍຢູ່ລາວ ແລະ ໄດ້ເຮັດໃຫ້ ສປ ຈີນ ປິດກັ້ນການເຂົ້າ-ອອກໃນທົ່ວປະເທດ ເປັນສາເຫດໃຫ້ການຈັດງານມີຄວາມຫຍຸ້ງຍາກບໍ່ສາມາດຈັດໄດ້ຕາມກຳນົດເວລາ ຖ້າມີການປ່ຽນແປງຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ຕາມແຜນງານບຸນດອກງິ້້ວບານຄັ້ງທີ 20 ຢູ່ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2020 ນີ້ ຊຶ່ງງານບຸນດັ່ງກ່າວມີຈຸດປະສົງຫຼັກ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມ ຂອງປະຊາຊົນບັນດາເຜົ່າຢູ່ ເມືອງຕົ້ນເຜີ້ງ ທີ່ໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍ ທັງເປັນໜຶ່ງໃນຫຼາຍກິດຈະກໍາສົ່ງເສີມການທ່ອງທ່ຽວ ຂອງແຂວງບໍ່ແກ້ວ.

ພາຍໃນງານຈະມີ ການປະກວດນາງສາວດອກງິ້ວບານ, ການເດີນແບບສະແດງຊຸດຊົນເຜົ່າທີ່ມີ 13 ຊົນເຜົ່າດໍາລົງຊີວິດຢູ່ເມືອງຕົ້ນເຜີ້ງ, ການສະແດງສິລະປະວັນນະຄະດີຂອງລາວ- ຈີນ- ໄທ ແລະ ມຽນມາ, ການແຂ່ງຂັນຕີມວຍມິດຕະພາບລາວ-ໄທ, ສຳມະນາການລົງທຶນດ້ານການທ່ອງທ່ຽວ ແລະ ການລົງທຶນດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ, ການຈູດບັ້ງໄຟດອກ, ປ່ອຍໂຄມໄຟ ແລະ ກິດຈະກຳອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply