Vientiane Times Lao
ປະຊາຊົນ ເຂດພື້ນທີ່ຕໍ່າລຽບຕາມແມ່ນໍ້າຂອງ, ແມ່ນໍ້າເຊບັ້ງໄຟ ແລະ ເຊຈຳພອນ ໃຫ້ເຝົ້າລະວັງລະດັບນໍ້າເພີ່ມຂຶ້ນ ໃນໄລຍະນີ້

ປະຊາຊົນ ເຂດພື້ນທີ່ຕໍ່າລຽບຕາມແມ່ນໍ້າຂອງ, ແມ່ນໍ້າເຊບັ້ງໄຟ ແລະ ເຊຈຳພອນ ໃຫ້ເຝົ້າລະວັງລະດັບນໍ້າເພີ່ມຂຶ້ນ ໃນໄລຍະນີ້

ສະພາບລະດັບນໍ້າ ນໍ້າຂອງ, ເຊບັ້ງໄຟ ແລະ ເຊຈຳພອນ ແມ່ນລະດັບນໍ້າ ຈະມີທ່າອ່ຽງສູງຂຶ້ນຕື່ມອີກ ໃນໄລຍະ 1 ຫາ 2 ວັນຕໍ່ໜ້າ, ດັ່ງນັ້ນ ຂໍໃຫ້ປະຊາຊົນ ທີ່ອາໄສຢູ່ໃກ້ແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າລຽບຕາມ ແມ່ນໍ້າຂອງ ໂດຍສະເພາະ ແຂວງຫຼວງພະບາງ, ແມ່ນໍ້າເຊບັ້ງໄຟ ແລະ ເຊຈຳພອນ ຈົ່ງມີສະຕິລະວັງ ຕໍ່ສະພາບຝົນຕົກຕໍ່ເນື່ອງຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍື່ງ, ນໍ້າຖ້ວມຂັງ ໃນໄລຍະ 1 ຫາ 2 ວັນຕໍ່ໜ້າ.

ສໍາລັບ ພະຍາກອນອາກາດ ປະຈໍາວັນທີ 28 ກໍລະກົດ 2025 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄວາມກົດດັນອາກາດຕໍ່າຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງຫາແຮງ ສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມ ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງຢູ່ ເກືອບທົ່ວໄປ ແລະ ຈະຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສະເພະາະ ຢູ່ເຂດນະຄອນຫຼວງວຽງຈັນ ຝົນ ຍັງຈະສືບຕໍ່ຕົກ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%.

Related Articles

Leave a Reply