ປະຊາຊົນ ໃນ ນະຄອນຫຼວງວຽງຈັນ ແລະ ໃນບັນດາ ແຂວງ ຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໄດ້ຮັບການສົ່ງເສີມ ແລະ ເຂົ້າເຖິງການນຳໃຊ້ເຕົາປະຢັດ ແລະ ພະລັງງານສະອາດ, ພາຍໃຕ້ໂຄງການ “ໂຄງການສົ່ງເສີມການນຳໃຊ້ເຕົາປະຢັດ ແລະ ພະລັງງານສະອາດ”.

ຜ່ານການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ ປີ 2024 ມາຮອດປັດຈຸບັນ, ປະຊາຊົນຫຼາຍ 100 ຄົວເຮືອນ ໃນບັນດາແຂວງເປົ້າໝາຍ ໄດ້ເຂົ້າເຖິງການນຳໃຊ້ພະລັງງານຢ່າງມີປະສິດທິພາບ, ພວກເຂົານຳໃຊ້ເຕົາປະຢັດສຳລັບໂຄງການອາຫານໃນໂຮງຮຽນ, ຮ້ານອາຫານແຄມທາງ ແລະ ສະຖານທີ່ອື່ນໆ.
ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ອົງການ SNV ປະຈຳລາວ ແລະ ຈັດຕັ້ງປະຕິບັດໂດຍ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ.
ເມື່ອບໍ່ດົນມານີ້ ທີ່ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ, ອົງການ SNV ປະຈຳລາວ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳ “ໂຄງການສົ່ງເສີມການນຳໃຊ້ເຕົາປະຢັດ ແລະ ພະລັງງານສະອາດ”.
ຈຸດປະສົງເພື່ອນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳໂຄງການ, ລວມທັງຮັບຟັງການຖອດຖອນບົດຮຽນ, ຜົນສຳເລັດ, ຂໍ້ສະດວກ, ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດກິດຈະກຳ ແລະ ສະເໜີແຜນກິດຈະກຳທີ່ຈະຈັດຕັ້ງໃນຕໍ່ໜ້າ.
ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຢ້ຽມຢາມບ້ານແບບຢ່າງທີ່ນຳໃຊ້ໝໍ້ໄຟຟ້າ ຫຼື ບ້ານປອດຄວັນໄຟ ທີ່ ເມືອງ ໄຊພູທອງ ແລະ ໄດ້ຢ້ຽມຢາມໂຮງງານຜະລິດເຕົາປະຢັດ ທີ່ ເມືອງອຸທຸມພອນ ອີກດ້ວຍ.