ຕາມຂໍ້ມູນຈາກສະຖານທູດຈີນ ໃຫ້ຮູ້ວ່າ: ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄຫຼຜ່ານຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ ຊຶ່ງຖືວ່າ ປະຊາຊົນ 6 ປະເທດດັ່ງກ່າວນີ້ ໄດ້ຮັບ ຜົນປະໂຫຍດຮ່ວມກັນ ແລະ ຮ່ວມຊາຕາກຳນຳກັນ, ຮ່ວມສ້າງວັດທະນະທຳ, ຮ່ວມສ້າງ ບ້ານເມືອງທີ່ດີງາມ, ຮ່ວມກັນສຸມກຳລັງເຂົ້າໃນການຕ້ານແລ້ງ-ຕ້ານຖ້ວມໃນພາກພື້ນ, ຮ່ວມຄວບຄຸມໄພພິບັດຈາກນ້ຳ, ຮ່ວມພັດທະນາໂຄງລ່າງພື້ນຖານຊັບພະຍາກອນນໍ້າ, ແກ້ໄຂອຸທົກກະໄພ ແລະ ອື່ນໆ ຊຶ່ງໄດ້ກາຍເປັນຫົວຂໍ້ສຳຄັນຂອງການຮ່ວມມືແມ່ ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ໃນຊຸມປີຜ່ານມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງທີ່ເກີດຂຶ້ນຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮຸນແຮງຂຶ້ນ ຊຶ່ງບັນດາປະເທດຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ແບ່ງປັນຂໍ້ມູນຂ່າວສານ ແລະ ປະສານສົມທົບວາງແຜນນຳກັນເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ. ໃນຕະຫຼອດໄລຍະ 18 ປີຜ່ານມາ, ຈີນໄດ້ສະໜອງຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ ປະເທດ ຕ່າງໆຢູ່ລຸ່ມແມ່ນ້ຳຂອງ. ພາຍຫຼັງກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນແລ້ວ, ການຮ່ວມມືດ້ານການພັດທະນາ, ນຳໃຊ້ ແລະ ການຄຸ້ມຄອງຊັບພະຍາກອນນ້ຳຍິ່ງມີວິທີການທີ່ດີ ແລະ ມີປະສິດທິຜົນຫຼາຍຢ່າງ ເຊິ່ງໄດ້ຮັບການຊົມເຊີຍໂດຍທົ່ວໄປຈາກບັນດາ ປະເທດສະມາ ຊິກໃນກົນໄກດັ່ງກ່າວ.
ໃນກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 3 ທີ່ຫາກໍ່ອັດ ລົງເມື່ອບໍ່ດົນມານີ້, ຈີນໄດ້ປະກາດວ່າເລີ່ມແຕ່ປີນີ້ເປັນຕົ້ນ ໄປຈະແບ່ງປັນຂໍ້ມູນອຸ ທົກກະສາດຂອງແມ່ນ້ຳລ້ານຊ້າງຕະຫຼອດປີໃຫ້ກັບບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຮ່ວມກັບບັນດາຝ່າຍສ້າງເວທີແບ່ງປັນຂໍ້ມູນຂ່າວສານການຮ່ວມມືດ້ານຊັບພະຍາກອນນ້ຳຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເລັ່ງລັດຊຸກຍູ້ການປະຕິບັດໂຄງການຕ່າງໆເຊັ່ນ:ຄວາມ ປອດໄພ ຂອງເຂື່ອນ, ຄວາມປອດໄພຂອງນ້ຳດື່ມເປັນຕົ້ນ, ຍົກສູງຄວາມສາມາດບໍລິຫານລ້ອງແມ່ນ້ຳໂດຍ ສັງລວມ ແລະ ຄຸ້ມຄອງຊັບພະຍາກອນນ້ຳ.
ແຕ່ຍັງມີບາງປະເທດນອກພາກພື້ນບໍ່ສົນຕໍ່ຄວາມພະຍາຍາມຮ່ວມກັນຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍຄືໝາກຜົນທີ່ຍາດມາໄດ້, ຊ້ຳພັດປ່າວຂ່າວດ້ວຍເຈດຕະນາ ຮ້າຍກ່ຽວກັບ ຊັບພະ ຍາ ກອນນ້ຳແມ່ນ້ຳຂອງ, ນຳເອົາບົດວິທະຍານິພົນທີ່ມີຂໍ້ບົກຜ່ອງຢ່າງຫຼວງຫຼາຍໃນດ້ານຂໍ້ມູນ ແລະ ວິທີການມາໃຊ້ເປັນຫຼັກອ້າງອີງແລ້ວເຜີຍແຜ່ຂ່າວປອມເຊັ່ນ “ຈີນຄວບຄຸມເຂື່ອນກັ້ນນ້ຳ ຢູ່ຍ່ານເໜືອແມ່ນ້ຳຂອງແຕ່ພຽງຝ່າຍດຽວ ອັນໄດ້ເຮັດໃຫ້ໄພພິບັດຢູ່ປະເທດລຸ່ມ ແມ່ນ້ຳ ຂອງ ຮຸນແຮງຂຶ້ນ” ແລະ ອື່ນໆ, ເພື່ອເຈດຕະນາບິດເບືອນຄວາມຈິງ, ຍຸແຍ່ການພົວພັນລະຫວ່າງ ປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກໍ່ກວນຂະບວນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ຂໍ້ມູນ-ພາບ: ສະຖານທູດຈີນ


