Vientiane Times Lao
ປະຊາຊົນ3 ບ້ານຢູ່ເມືອງເງິນ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸ

ປະຊາຊົນ3 ບ້ານຢູ່ເມືອງເງິນ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸ

ມື້ເຊົ້ານີ້, ປະຊາຊົນ 3 ບ້ານ ປະກອບມີບ້ານທອງ, ບ້ານໂຮມໄຊ, ບ້ານປາກແຄນຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸເຂົ້າເຮືອນຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງໃນຄືນຂອງວັນທີ 16-17 ກໍລະກົດ 2025 ທີ່ຜ່ານມານີ້, ນອກນັ້ນເສັ້ນທາງຫຼວງແຫ່ງຊາດ ເລກທີ 2 WU ຖືກຕັດຂາດລະຫວ່າງເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນຍັງບໍ່ສາມາດສັນຈອນໄປມາຫາສູ່ກັນໄດ້.

ປັດຈຸບັນ, ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງໄດ້ລົງສົມທົບກັບກໍາລັງ ປກສ-ປກຊ ເລັ່ງຊ່ວຍເຫຼືອປະຊາຊົນທີ່ຜົນກະທົບ, ສະເພາະຜົນເສຍຫາຍ ຈະລາຍງານຕາມທີ່ຫຼັງ.

ແຫຼ່ງຂໍ້ມູນຂ່າວ-ພາບ: ຖວທ ເມືອງເງິນ

Related Articles

Leave a Reply