ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂອງ ສປປ ລາວ ໄດ້ເດີນທາງເຖິງ ສະໜາມບິນ ເຊອຸນແອເບດສ໌ (Seoul Air Base), ນະຄອນຫຼວງເຊອຸນ, ສາທາລະນະລັດ ເກົາຫຼີ ໃນຕອນບ່າຍຂອງວັນທີ 14 ທັນວາ 2025 ຜ່ານມານີ້, ເພື່ອດຳເນີນການຢ້ຽມຢາມຢ່າງເປັນທາງ ການ ຢູ່ ສ ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025. ພິທີຕ້ອນຮັບທີ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ, ຊຶ່ງໃຫ້ກຽດມາຕ້ອນຮັບທີ່ສະໜາມບິນ ນຳໂດຍ ທ່ານ ໂຊ ຮະຍອງ-ຊານ (Choe Hyoung -chan), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫຼີ ແລະ ທ່ານ ສົງການ ຫຼວງມຸນິທອນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ການຢ້ຽມຢາມຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສ ເກົາຫຼີ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ທັງເປັນການສະເຫຼີມສະຫຼອງການສ້າງ ຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຄົບຮອບ 30 ປີ (25/10/1995 – 25/10/2025).


