ວັນທີ 2 ທັນວາ 2025, ທີ່ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ , ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວັງ ຮູ ໜິງ , ກຳມະການປະຈໍາກົມການເມືອງສູນກາງພັກ , ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ໃນໂອກາດນໍາພາ ຄະນະຜູ້ແທນຂັ້ນສູງ ພັກ- ລັດ ແຫ່ງ ສປ ຈີນ ເຂົ້າຮ່ວມການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
ໃນການພົບປະ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມພິທີດັ່ງກ່າວ ຂອງສະຫາຍ ຫວັງ ຮູ ໜິງ ພ້ອມດ້ວຍຄະນະ ຊຶ່ງເປັນການໃຫ້ຄວາມສໍາຄັນ, ກໍາລັງໃຈອັນແຮງກ້າ ແລະ ເປັນການສະ ໜັບສະໜູນ ສປປ ລາວ, ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງໆຂຶ້ນ. ສະຫາຍປະທານສະພາແຫ່ງຊາດລາວ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເປັນແກນກາງ ໂດຍສະເພາະແມ່ນຜົນສໍາເລັດໃນພາລະກິດສ້າງສາ ພັດທະນາສັງຄົມນິຍົມ ຕາມສີສັນພິເສດຂອງຈີນ; ບັນດາຂໍ້ລິເລີ່ມຕ່າງໆຂອງ ສປ ຈີນ ເປັນຕົ້ນແມ່ນ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຂໍ້ລິເລີ່ມວ່າດ້ວຍ ຄວາມໝັ້ນຄົງໃນທົ່ວໂລກ, ໄດ້ຮັບການຕອບຮັບຢ່າງກວ້າງຂວາງຈາກນາໆປະເທດໃນທົ່ວໂລກ ເຮັດໃຫ້ ສປ ຈີນ ມີບົດບາດ ແລະ ອິດທິພົນສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ຝ່າຍຈີນຊາບ ກ່ຽວກັບ ສະພາບພົ້ນເດັ່ນຂອງ ສປປ ລາວ ໃນໄລຍະຫຼັງມານີ້ ໂດຍສະເພາະ ແມ່ນຜົນສໍາເລັດຂອງກອງປະຊຸມສະ
ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຈ້ງໃຫ້ຊາບກ່ຽວກັບການກະກຽມການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຊຸດທີ V ໃນຕົ້ນປີ 2026.
ສອງຝ່າຍ ໄດ້ເປັນເອກະພາບກັນຕີລາຄາສູງທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີມາໂດຍຕະຫຼອດ ທັງທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ , ວຽກງານການຕ່າງປະເທດ , ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ, ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ ແລະ ວັດທະນະທໍາ. ພິເສດ, ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ເປີດນໍາໃຊ້ມາເປັນເວລາ 4 ປີ ລ້ວນໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໄດ້ປ່ຽນປະເທດລາວຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງທີ່ແທ້ຈິງ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງອົງການນິຕິບັນຍັດ ໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຊູກຍູ້ເສີມຂະຫຍາຍການພົວພັນຮ່ວມມືອັນເປັນມູນເຊື້ອ ໃນຂົງເຂດຕ່າງໆ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຕໍ່ໜ້າ ໃຫ້ເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ຮູ ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງ ພັກ ປະຊາຊົນ ປະຕິວັດ ລາວ ຕະຫຼອດໄລຍະຜ່ານມາ, ສະແດງຄວາມຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ແລະ ອວຍພອນໃຫ້ສະພາແຫ່ງຊາດ ປະສົບຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ໆນີ້.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ.


