ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ເຊິ່ງຈັດຂຶ້ນວັນທີ 20 ກຸມພາ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ມີການຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຮ່ວມມືໃນຜ່ານມາ ແລະ ແຜນການໃນຕໍ່ໜ້າ.
ກອງປະຊຸມດັ່ງກ່າວໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືໃນໄລຍະຜ່ານມາ ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ (2018-2022).
ກ່ຽວກັບການຮ່ວມມືໃນອະນາຄົດ, ບັນດາ ລັດຖະມົນຕີໄດ້ເຫັນດີຊຸກຍູ້ການຮ່ວມມືໃຫ້ຫຼາຍກວ່າເກົ່າເພື່ອຜົນປະໂຫຍດເຊິ່ງກັນ ແລະ ກັນລວມທັງການເພີ່ມທະວີການຮ່ວມມືບົນພື້ນຖານ 3 ເສົາຄໍ້າ ແລະ 5 ຂົງເຂດບູລິມະສິດ. ພ້ອມທັງຂະຫຍາຍການຮ່ວມມືໃນຂົງເຂດທີ່ມີທ່າແຮງໃໝ່ ດ້ວຍຈຸດປະສົງເພື່ອເພີ່ມທະວີການຮ່ວມມືເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອະນາຄົດຂອງພາກພື້ນແມ່ນໍ້າຂອງ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ