Vientiane Times Lao
 ປະເພນີບຸນພຣະທາດຫຼວງ ເປັນບຸນປາງໃຫຍ່ຂອງຊາວລາວ

 ປະເພນີບຸນພຣະທາດຫຼວງ ເປັນບຸນປາງໃຫຍ່ຂອງຊາວລາວ

ງານປະເພນີບຸນນະມັດສະການພຣະທາດຫຼວງ ເປັນບຸນປາງໃຫຍ່ຂອງຊາວລາວ ຫຼື ຊາວນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນທຸກໆປີ ຊຶ່ງປີນີ້ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 1-5 ພະຈິກ 2025 ນີ້.

ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ກ່າວໃນພິທີຖະແຫຼງຂ່າວງານບຸນປີນີ້ ໃນວັນທີ 21 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ວ່າ: ງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ກຳນົດຈັດຂຶ້ນ 5 ວັນ ປະກອບມີ, ວັນທີ 1 ພະຈິກ 2025 ເວລາ 16:30 ໂມງ ພິທີເປີດງານບຸນນະມັດສະການພຣະທາດຫຼວງ ປີ 2025, ວັນທີ 2 ພະຈິກ 2025 ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີອັນດີງາມ, ວັນທີ 3 ພະຈິກ 2025 ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນດ້ານໃນກົມມະລຽນພຣະທາດຫຼວງ.

ວັນທີ 4 ພະຈິກ 2025 ເວລາ 13:00 ໂມງ ພິທີແຫ່ຜະສາດເຜິ້ງ (ຈະໄດ້ຈັດຕັ້ງແຫ່ເປັນ 2 ຮອບພ້ອມໆກັນຄື ດ້ານໃນກົມມະລຽນ ແລະ ດ້ານນອກກົມມະລຽນ), ວັນທີ 5 ພະຈິກ 2025 ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງກະທານ ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາປະເພນີ ຕີຄີ, ເວລາ 19:00 ໂມງ ພິທີວຽນທຽນ ແລະ ຈຸດທູບທຽນ, ບັ້ງໄຟປະເພນີສັກກະລະບູຊາພຣະທາດຫຼວງ.

ສໍາລັບ ງານວາງສະແດງສິນຄ້າ ແມ່ນຈະໄດ້ຈັດຂຶ້ນ 2 ບ່ອນຄື: ງານວາງສະແດງສິນຄ້າ  ແລະ ຜະລິດຕະພັນ ຕົວແບບ ແມ່ນຈັດຂຶ້ນຢູ່ເດີ່ນທາດຫຼວງ ເປັນຕົ້ນ: ງານວາງສະແດງການທ່ອງທ່ຽວ, ນະວັດຕະກຳໃໝ່, ສິນຄ້າໂອດັອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະ ພັນພາຍໃນ ແລະ ວາງສະແດງສິນຄ້າ ຈາກປະເທດເພື່ອນມິດ, ພ້ອມນັ້ນ ຍັງມີ ປະເພດສິນຄ້າພື້ນເມືອງ, ອາຫານພື້ນເມືອງ, ເຂົ້າຫຼາມ-ປີ້ງໄກ່, ຕົ້ມໄກ່ ແລະ ອື່ນໆ. ສ່ວນ ຢູ່ສູນການຄ້າ ລາວ-ໄອເຕັກ ແມ່ນຈະມີຮ້ານວາງສະແດງສິນຄ້າ ເປັນຕົ້ນ: ຜະລິດຕະພັນສິນຄ້າກະສິກຳ, ຫັດຖະກຳ ແລະ ຜະລິດຕະພັນວັດທະນະທຳ, ຜະລິດຕະພັນອຸດສາຫະກຳໂຮງຈັກ, ເຄື່ອງອຸປະໂພກ, ບໍລິໂພກ  ແລະ ອື່ນໆອີກ.

ງານປະເພນີບຸນພຣະທາດຫຼວງ ແມ່ນເປັນງານບຸນໃຫຍ່ ເພື່ອເຕົ້າໂຮມຄວາມສາມັກຄີປວງຊົນລາວທັງຊາດ, ເພື່ອໃຫ້ໝົດທຸກຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວທີ່ມີມູນເຊື້ອດຸໝັ່ນ, ມີຫົວຄິດປະດິດສ້າງ ແລະ ສືບຕໍ່ອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄື ຊາວພຸດຕະຫຼອດໄປ.

Related Articles

Leave a Reply