Vientiane Times Lao
ປັບລາຄານ້ຳມັນທຸກຊະນິດລົງ 400 ກີບ ເລີ່ມມື້ເຊົ້ານີ້

ປັບລາຄານ້ຳມັນທຸກຊະນິດລົງ 400 ກີບ ເລີ່ມມື້ເຊົ້ານີ້

ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການຄ້າ ໄດ້ອອກແຈ້ງການ​ໃນວັນທີ 23 ເມ­ສາ 2020 ເລື່ອງປັບລົງລາຄາຂາຍ­ຍ່ອຍນ້ຳ­ມັນເຊື້ອໄຟລົງ 400 ກີບ​/ລິດ ທຸກຊະ­ນິດ ເລີ່ມມື້ເຊົ້ານີ້.

ແຈ້ງການດັ່ງກ່າວ ໄດ້ລະບຸເຖິງສະ­ມາ­ຄົມ ນ້ຳ­ມັນເຊື້ອໄຟ ແລະ ອາຍແກ໊ດ, ບັນ­ດາບໍ­ລິ­ສັດນ້ຳ­ມັນເຊື້ອໄຟ ແລະ ປ້ຳຂາຍ­ຍ່ອຍນ້ຳ­ມັນເຊື້ອໄຟ ໃນຂອບເຂດທົ່ວປະເທດໃຫ້ປັບລົງລາ­ຄາຂາຍ­ຍ່ອຍນ້ຳ­ມັນເຊື້ອໄຟລົງ 400 ກີບທຸກຊະ­ນິດ ເລີ່ມປະ­ຕິ­ບັດ​ໃນ​ວັນທີ 24 ເມ­ສາ 2020 ເລີ່ມແຕ່ເວລາ 6 ໂມງເຊົ້າ. 

ການປະກາດປັບລົງລາຄານໍ້າມັນໃນຄັ້ງນີ້ ເຮັດໃຫ້ນ້ຳ­ມັນແອັດຊັງຢູ່ນະ­ຄອນ­ຫຼວງວຽງຈັນ ລົງມາຢູ່ທີ່ 7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່ 7.040 ກີບຕໍ່ລິດ ແລະ ການປັບລາ­ຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ 500 ກີບທຸກຊະ­ນິດ. ການຄິດ­ໄລ່ເສຍພັນ­ທະ ແລະ ຄ່າທຳ­ນຽມຕ່າງໆ ແມ່ນໃຫ້ພາກ­ສ່ວນກ່ຽວ­ຂ້ອງ ຄິດ­ໄລ່ຕາມທີ່ໄດ້ກຳ­ນົດໄວ້ໃນໂຄງສ້າງລາ­ຄານ້ຳ­ມັນເຊື້ອໄຟສະ­ບັບເລກທີ 0301 ລົງວັນທີ 23 ເມ­ສາ 2020 ຈົນກວ່າຈະມີການປ່ຽນແປງ.

ພາຍໃນເດືອນເມສານີ້, ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການຄ້າໄດ້ແຈ້ງປັບລາຄານໍ້າມັນລົງເປັນເທື່ອທີ 2 ຄື ວັນທີ 2 ເມສາ ທີ່ຜ່ານມາໄດ້ປັບ ລາຄານໍ້າມັນລົງທຸກຊະນິດ 300 ກີບ/ລິດ ແລະ ຄັ້ງນີ້ແມ່ນ 400 ກີບ/ລິດ.  

ຂ່າວ: ວຽງຈັນທາຍ

Related Articles

Leave a Reply