Vientiane Times Lao
ປິດຊົ່ວຄາວ! ບາງຊ່ວງຂອງເສັ້ນທາງຖະໜົນ ໄກສອນພົມວິຫານ ແລະ ຖະໜົນ 13 ໃຕ້ 

ປິດຊົ່ວຄາວ! ບາງຊ່ວງຂອງເສັ້ນທາງຖະໜົນ ໄກສອນພົມວິຫານ ແລະ ຖະໜົນ 13 ໃຕ້ 

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປິດການສັນຈອນຊົ່ວຄາວ ຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງ ຖະໜົນໄກສອນພົມວິຫານ ແຕ່ຈຸດສີ່ແຍກໄຟແດງ 450 ປີ ໄປຫາ ເຂດບ້ານ ສະພັງເມິກປະມານ 50 ແມັດ ໃນວັນເສົາ ວັນທີ 30 ສິງຫາ 2025 ນີ້ໃນຊ່ວງເວລາ 09:00-17:00 ໂມງ ແລະ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງຖະໜົນ 13 ໃຕ້ ບ້ານໂພຄໍາ ຈຸດໜ້າສະໜາມກິລາ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນອາທິດ ວັນທີ 31 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ.

ຈຸດປະສົງຂອງການປິດຊົ່ວຄາວຊ່ວງເສັ້ນທາງດັ່ງກ່າວເພື່ອກໍ່ສ້າງວາງສາຍໄຍແກ້ວ (Fiber Optic) ທີ່ຄວບຄຸມລະບົບຂອງການຂົນສົ່ງ ລົດເມດ່ວນ ສັນຍາ CW1C ຂອງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ.

Related Articles

Leave a Reply