Vientiane Times Lao
ປີນີ້, ມີເດັກນ້ອຍທີ່ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ກວມເອົາເຖິງ 67% ແລ້ວ

ປີນີ້, ມີເດັກນ້ອຍທີ່ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ກວມເອົາເຖິງ 67% ແລ້ວ

ນັບແຕ່ເດືອນມັງກອນ ປີ 2025 ຈົນຮອດປະຈຸບັນ ມີລະເບີດບໍ່ທັນແຕກ ເກີດຂຶ້ນທັງໝົດ 8 ຄັ້ງ ລວມມີຜູ້ຖືກເຄາະຮ້າຍ 14 ຄົນ ໃນນັ້ນມີຜູ້ບາດເຈັບ 9 ຄົນ (ເປັນເດັກນ້ອຍບາດເຈັບ 7 ຄົນ ເປັນເດັກຍິງ 1 ຄົນ) ແລະ ເສຍຊີວິດ 5 ຄົນ (ເດັກຊາຍ 1 ຄົນ ແລະ ເດັກຍິງ 1 ຄົນ) ສະເລ່ຍແລ້ວ ຈຳນວນເດັກນ້ອຍທີ່ຖືກເຄາະຮ້າຍແມ່ນກວມເອົາເຖິງ 67%.

ໃນວັນທີ 8 ກັນຍາ 2025 ທີ່ມະຫາວິະຍາໄລເເຫ່ງຊາດ, ທາງກະຊວງການຕ່າງປະເທດໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 15 ປີ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໂດຍມີທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ (ຄຊກລ) ແລະ ທ່ານ ນາງ ການນີ ວິຍາຣາຈາ ຜູ້ຊ່ວຍເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ຜູ້ຊ່ວຍຜູ້ບໍລິຫານ ແລະ ຜູ້ອໍານວຍການພາກພຶ້ນອາຊີ-ປາຊີຟິກອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຄວາມຄືບໜ້າທີ່ເປັນຮູບປະທຳຕໍ່ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຂອງ ສປປ ລາວ ຕະຫຼອດໄລຍະ 15 ປີ ຜ່ານມາທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເຮັດວຽກຮ່ວມກັນຢ່າງບໍ່ລົດລະໃນການກວດກູ້ພື້ນທີ່ອັນຕະລາຍ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນຕໍ່ການພັດທະນາ ແລະ ເຮັດໃຫ້ປະຊາຊົນສາມາດກັບຄືນສູ່ບ້ານເຮືອນ ແລະ ດຳລົງຊີວິດທຳການປູກຝັງທີ່ຈຳເປັນໄດ້ ສຳຄັນໄປກວ່ານັ້ນລັດຖະບານລາວຍັງໄດ້ຮັບຮອງເອົານະໂຍບາຍຕ່າງໆເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ໄດ້ໃຫ້ການສະໜັບສະໜູນທາງການແພດ ແລະ ການຟຶ້ນຟູທີ່ສຳຄັນແກ່ຜູ້ລອດຊີວິດລວມທັງສົ່ງເສີມການໂຄສະນາສຶກສາຄວາມສ່ຽງໄພເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍສະເພາະເດັກນ້ອຍໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກ.

ສປປ ລາວ ເຂົ້າເປັນລັດພາຄີຂອງສົນທິສັນຍາ CCM ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2010 ເປັນຄວາມຕັ້ງໃຈຂອງລັດຖະບານລາວທີ່ຈະສ້າງອະນາຄົດ ແລະ ເສັ້ນທາງກ້າວສູ່ຄວາມປອດໄພຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຄວາມພະຍາຍາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຍັງສະແດງອອກຜ່ານການເຊື່ອມສານວຽກງານ ລບຕ ເຂົ້າໃນວາລະຂອງສາກົນກໍຄືການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດທີ 18 (SDG 18) “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ນອກຈາກນີ້ພາຍໃນພິທີຜູ້ເຂົ້າຮ່ວມກໍໄດ້ຮັບຊົມຮູບເງົາສາລະຄະດີສັ້ນຄົບຮອບ 15 ປີ ຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍໃຕ້ຫົວຂໍ້ “ຜົນທະທົບຕໍ່ມະນຸດ ແລະ ສິ່ງທ້າທາຍຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ” ພ້ອມທັງເປີດໂຕປຶ້ມບົດລາຍງານ “ຄົບຮອບ 15 ປີ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ” ແລະ ກິດຈະກຳອື່ນໆ.

ທີ່ມາ: ວຽງຈັນໃໝ່

Related Articles

Leave a Reply