ປີ 2025 ນີ້, ລັດຖະບານ ກໍຄື ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫຼ່ງນ້ໍາຕ່າງໆ ໂດຍມີແຜນຈະປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ.
ໃນວັນທີ 7 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ, ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (ວັນທີ 13 ກໍລະກົດ 2025) ວ່າ: ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ເຊິ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້, ວັນດັ່ງກ່າວ ຍັງກົງກັບ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ໃນແຕ່ລະປີ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພິ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດ, ປົກປັກຮັກສາລະບົບນິເວດ, ແຫຼ່ງນໍ້າ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ, ພ້ອມທັງ ເພື່ອຈາລຶກບຸນຄຸນ ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ.
ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ ມີຊະນິດ ປາພື້ນເມືອງຫຼາຍກວ່າ 500 ຊະນິດ ໂດຍສະເພາະ ແມ່ນຊະນິດປາ ທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊັ່ນ: ປາບຶກ ປາຝາໄລ ປາກັງ ແລະ ຊະນິດອື່ນໆຊຶ່ງຄວາມສໍາຄັນ ຕໍ່ການຮັກສາຄວາມອຸດົມສົມບູນ ຂອງລະບົບນິເວດໃນທໍາມະຊາດ ເປັນມໍລະດົກທາງທໍາມະຊາດອັນລ້ໍາຄ່າ ຂອງຊາດລາວເຮົາ.
ປະຈຸບັນ ທົ່ວປະເທດມີ ສູນ ສະຖານີ ທີ່ຜະລິດລູກປາ ຂອງລັດ ຈໍານວນ 50 ແຫ່ງ ຟາມຜະລິດລູກປາ ຂອງເອກະຊົນ ຫຼາຍກວ່າ 140 ກວ່າແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີຫຼາຍກວ່າ 400 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ ປະມານ 290 ລ້ານກວ່າ ໂຕ ຫຼື ເທົ່າກັບ 73% ຂອງແຜນການ ແລະ ມີວັງສະຫງວນປາ ຫຼາຍກວ່າ 1.100 ວັງ.
ສໍາລັບ ປີ 2024 ຜ່ານມາ, ໄດ້ມີກິດຈະກໍາປ່ອຍປາ ແລະ ສັດນໍ້າ ຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ ຊຶ່ງສາມາດປ່ອຍປາ ແລະ ສັດນໍ້າ ລົງສູ່ແຫຼ່ງນ້ໍາຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໄດ້ທັງໝົດ 64 ລ້ານໂຕ.