ໃນປີ 2020 ນະຄອນຫຼວງວຽງຈັນ (ນວ) ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ 9,5%, ລາຍຮັບສະເລ່ຍຂອງປະຊາຊົນ 6.000 ກວ່າໂດລາຕໍ່ຄົນຕໍ່ປີ, ໃນຂະນະທີ່ມູນຄ່າການລົງທຶນຄາດວ່າຈະຢູ່ທີ່ປະມານ 16.700 ຕື້ກີບ.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບຜົນ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ–ສັງຄົມ, ແຜນງົບປະມານ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ຂອງອົງການປົກຄອງ ນວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນວ ຊຸດທີ I ທີ່ໄດ້ຈັດຂື້ນໃນບໍ່ດົນມານີ້ວ່າ: ສະເພາະປີນີ້, ນະຄອນຫຼວງວຽງຈັນຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 9,5%, ມູນຄ່າລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃຫ້ບັນລຸ 54.000 ຕື້ກວ່າກີບ, ຂະແໜງກະສິກຳ ແລະ ປ່າໄມ້ໃຫ້ເພີ່ມຂຶ້ນ 4,5%, ອຸດສາຫະກຳໃຫ້ເພີ່ມຂຶ້ນ 12,5% ແລະ ການບໍລິການໃຫ້ເພີ່ມຂຶ້ນ 10%, ລາຍຮັບສະເລ່ຍປະມານ 6.120 ໂດລາຕໍ່ຄົນຕໍ່ປີ, ສ່ວນການລົງທຶນ ຈະສູ້ຊົນລະດົມການລົງທຶນໃຫ້ໄດ້ປະມານ 16.700 ຕື້ກີບ ຊຶ່ງເປັນການລົງທຶນຂອງລັດ, ການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫຼືອ ແລະ ກູ້ຢືມ ແລະ ການລົງທຶນຂອງທະນາຄານ.
ທ່ານ ສິນລະວົງ ໄດ້ກ່າວຕື່ມວ່າ ສະເພາະປີ 2019 ສະເລ່ຍລາຍຮັບຕໍ່ຫົວຄົນ 5.699 ໂດລາ, ຂະແໜງກະສິກໍາ-ປ່າໄມ້ເພີ່ມຂຶ້ນ 3,54%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 12,79% , ຂະແໜງບໍລິການເພີ່ມຂຶ້ນ 9,30%, ສ່ວນການລົງທຶນບັນລຸ 18.253,15 ຕື້ກີບ.
ຂ່າວ : ວຽງຈັນທາຍ