ຜູ້ດ້ອຍໂອກາດຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18-30 ປີ ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມ ແລະ ມີພາຫະນະທຽວໃນໄລຍະຝືກອົບຮົມຈະມີໂອກາດພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນຫຼັງຈາກໄດ້ຮັບເຂົ້າຝືກອົບຮົມວິຊາຊີບ.
ໂຄງການຝຶກອົບຮົມດັ່ງກ່າວລວມມີ 45 ທຶນ ປະກອບດ້ວຍທຶນຝຶກອົບຮົມສາຂາປຸງແຕ່ງ 25 ທຶນ, ວິຊາການໂຮງແຮມ 20 ທຶນ ແລະ ຂະແໜງບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ.
ເປີດຮັບສະໝັກແຕ່ມື້ນີ້ຈົນເຖິງວັນທີ 23 ເດືອນມີນາ, ໄລຍະຝຶກອົບຮົມແມ່ນ 3 ເດືອນ.
ຜູ້ທີ່ຖືກຄັດເລືອກເຂົ້າຮ່ວມຝຶກອົບຮົມຈະໄດ້ຮັບເບ້ຍລ້ຽງ 800.000 ກີບ ຕໍ່ຄົນຕໍ່ເດືອນ, ນອກນັ້ນຍັງຈະໄດ້ອຸປະກອນປະກອບການຮຽນ, ມີປະກັນໄພໃນໄລຍະຮຽນເຈັບເປັນ ບໍ່ຕ້ອງເສຍຄ່າ, ມີຫໍພັກ, ເຄື່ອງບ່ອນນອນ ແລະ ເຄື່ອງແບບ 2 ຊຸດ.
ສຳລັບທ່ານໃດສົນໃຈສາມາດຕິດຕໍ່ເອົາໃບສະໝັກໄດ້ທີ່ຫ້ອງການວິທະຍາໄລວຽງຈັນພັດທະນາອາຊີບ ບ້ານ ດົງປ່າແຫຼບ, ນະຄອນຫຼວງວຽງຈັນ ຫຼື ໂທສອບຖາມທີ່ເບີ 021 540545 ແລະ 021 261566.
ຂ່າວ: ສຸກສະໄໝ
ພາບ: ຈັນສະຫວັດ