Vientiane Times Lao
ຜູ້ຕິດພະຍາດໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ 2 ຄົນ

ຜູ້ຕິດພະຍາດໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ 2 ຄົນ

ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ຮັບການປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ 2 ຄົນໃນມຶື້ນີ້ ພາຍຫຼັງປີ່ນປົວຫາຍດີ ແລະ ໄປຕິດຕາມຕົນເອງຢູ່ເຮືອນພ້ອມທັງຈໍາກັດບໍລິເວນຕື່ມອີກ 14 ວັນ ກ່ອນຈະດໍາລົງຊີວິດປົກກະຕິໃນສັງຄົມ.

ມາຮອດມື້ນີ້ ຢູ່ ສປປ ລາວ ປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 4 ຄົນ ຈາກຈໍານວນທັງໝົດ 19 ຄົນ ທີ່ໄດ້ຮັບການປີ່ນປົວຢູ່ໂຮງໝໍ.

ປະຈຸບັນ ຍັງມີພຽງແຕ່ 1 ຄົນ ທີ່ຍັງສືບຕໍ່ປີ່ນປົວຢູ່ໂຮງໝໍແຂວງຫຼວງພະ ບາງ ແລະ 14 ຄົນ ປີ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ, ເຊິ່ງທັງໝົດມີອາການຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ ຄາດວ່າຈໍານວນໜຶ່ງຈະຫາຍດີ ແລະ ອອກໂຮງໝໍໃນໂອກາດອັນໃກ້ນີ້.  

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ກໍ່ໄດ້ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃນໂອກາດຖະແຫຼງຂ່າວຕອນບ່າຍມື້ນີ້ວ່າ ເຖິງວ່າຈະເວັ້ນໄລຍະຫ່າງ 10 ມື້ແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມ ແຕ່ກໍ່ຄວນສືບຕໍ່ຮ່ວມກັນປະຕິບັດຄໍາສັ່ງ ເລກທີ 06/ນຍ ໄປຕື່ມອີກ, ທັງນີ້ກໍ່ເພື່ອເປັນການປ້ອງກັນບໍ່ໃຫ້ພະຍາດ ໂຄວິດ-19 ກັບມາລະບາດເປັນຄັ້ງທີ 2 ຄືກັບຫຼາຍປະເທດ, ເພາະມັນອາດຈະຮ້າຍແຮງກວ່າເກົ່າກໍ່ເປັນໄດ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply