Vientiane Times Lao
ຜູ້ຕິດເຊື້ອພະຍາດເອສໄອວີ ຖ້າສາມາດຄຸມເຊື້ອຢູ່ໃນລະດັບຕໍ່າ ໂອກາດຈະຊຶມເຊື້ອຫາຜູ້ອື່ນມີໜ້ອຍ

ຜູ້ຕິດເຊື້ອພະຍາດເອສໄອວີ ຖ້າສາມາດຄຸມເຊື້ອຢູ່ໃນລະດັບຕໍ່າ ໂອກາດຈະຊຶມເຊື້ອຫາຜູ້ອື່ນມີໜ້ອຍ

ສູນຕ້ານເອສ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະ ສຸກໄດ້ແຈ້ງໃຫ້ຮູ້ວ່າ: ລາວມີຢາຕ້ານ ເຊື້ອພະຍາດເອສໄອວີ/ພະຍາດເອສ (HIV) ທີ່ພຽງພໍສຳລັບຜູ້ຕິດເຊື້ອພະຍາດດັ່ງກ່າວ ຊຶ່ງນັບແຕ່ປີ 1990 ຮອດປັດຈຸບັນ ຢູ່ລາວມີຜູ້ຕິດເຊື້ອເອສໄອວີ/ພະຍາດເອສ ສະສົມແລ້ວຫຼາຍກວ່າ 11,212 ຄົນ ໃນນີ້ເປັນພະຍາດ ເອສ 5,665 ຄົນ ແລະ ເສຍຊີວິດ ແລ້ວ 2,220 ຄົນ ພົບຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ຮອງລົງມາແມ່ນແຂວງ ສະຫວັນນະເຂດ, ຈຳປາສັກ ແລະ ຄຳມ່ວນ.

ທ່ານ ດຮ ພູທອນ ສຸດທິລັກ ຫົວໜ້າສູນຕ້ານເອສ ແລະ ພະຍາດຕິດຕໍ່ທາງເພດສຳພັນໄດ້ໃຫ້ສຳພາດວ່າ: ຢາທີ່ຕ້ານເຊື້ອພະຍາດເອສໄອວີ/ພະຍາດເອສ ໄດ້ຮັບການຊ່ວຍເຫຼືອເປັນຕົ້ນຕໍຈາກກອງທຶນໂລກ ແລະ ມີພຽງພໍກັບຄວາມຕ້ອງການຂອງຜູ້ຕິດເຊື້ອ. ປັດຈຸບັນການຊ່ວຍເຫຼືອຈາກສາກົນທີ່ມີຕໍ່ລາວໃນດ້ານນີ້ ມີທ່າອ່ຽງຫຼຸດລົງ ຈຶ່ງເຮັດໃຫ້ລັດຖະບານຕ້ອງໄດ້ເພີ້ມສົມທົບທຶນຈາກ 10 ສ່ວນ ມາເປັນ 15 ສ່ວນຂອງຈຳນວນເງິນທີ່ຈະມາຊື້ ຢາມາຕ້ານ ແລະ ປິ່ນປົວພະຍາດ ນີ້ໃນອະນາຄົດ, ຕາມການຄົ້ນຄົ້ວພົບວ່າ ຖ້າຜູ້ໃດທີ່ຕິດເຊື້ອພະຍາດເອສໄອວີ ແລ້ວກິນຢາເປັນປົກກະຕິ ເປັນເວລາດົນພໍສົມຄວນ  ແລະ ສາມາດຄວບຄຸມເຊື້ອເອສຢູ່ໃນລະດັບຕໍ່າໄດ້ ໂອກາດຈະຊຶມເຊື້ອຫາ ຜູ້ອື່ນ ມີໜ້ອຍ.

ທ່ານ ດຮ ພູທອນ ໄດ້ກ່າວຕື່ມວ່າ: ສະເພາະການໂຄສະນາເຜີຍແຜ່ເພື່ອ ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນຕິດເຊື້ອພະຍາດເອສ, ທາງສູນໄດ້ນໍາໃຊ້ສອງມາດຕະການທີ່ສຳຄັນ ຄື: ໂຄສະນາຜ່ານສື່ຕ່າງໆ ບໍ່ວ່າຈະເປັນ  ວິທະຍຸ, ໂທລະພາບ ແລະ ສື່ສິ່ງພິມຕ່າງໆ ເພື່ອໃຫ້ຂໍ້ມູນຂ່າວສານໄປເຖິງ ປະຊາຊົນຢູ່ເຂດຫ່າງໄກສອກຫຼິກ. ນອກນັ້ນຍັງເອົາວຽກງານຕ້ານເອສ ເຊື່ອມເຂົ້າໃນວຽກງານການຮຽນການສອນ ແລະ ມີການຈັດກິດຈະກຳຢູ່ ຕາມກົມກອງ ໂຮງຮຽນ ແລະ ຢູ່ຕາມຊຸມຊົນຕ່າງໆເປັນປະຈຳ.

ຂ່າວ: ສົມພາວັນ

Related Articles

Leave a Reply