ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ:ເມື່ອເບີ່ງຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວໃນໄລຍະນີ້ພົບວ່າ ຜູ້ຕິດເຊື້ອພະ ຍາດໂຄວິດ-19 ມີຈໍານວນເພີ່ມຂຶ້ນໂດຍສະເພາະຢູ່ບັນ ດາແຂວງທີ່ມີຊາຍແດນຕິດກັບປະເທດໄທເຊັ່ນ: ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ຍ້ອນວ່າປະເທດໄທໄດ້ມີການປິດໂຮງງານ ແລະ ຮ້ານອາ ຫານຫຼາຍແຫ່ງຢູ່ເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ແຮງງານລາວທີ່ໄປເຮັດວຽກຢູ່ໂຮງງານ ແລະ ຮ້ານອາຫານເຫຼົ່ານັ້ນວ່າງງານ ແລະ ໄດ້ກັບຄືນປະ ເທດໂດຍຜ່ານດ່ານສາກົນຂອງບັນດາແຂວງດັ່ງກ່າວເປັນຈໍານວນຫຼາຍໃນແຕ່ລະວັນ ແລະ ໄດ້ກວດພົບຜູ້ຕິດເຊື້ອ ພະຍາດດັ່ງກ່າວເພີ່ມຂຶ້ນ, ເຖິງແມ່ນວ່າຈະກວດພົບຜູ້ ຕິດ ເຊື້ອທີ່ມີຈໍານວນເພີ່ມຂຶ້ນແຕ່ກໍສາມາດປ້ອງກັນໄດ້ ເພາະເປັນກໍລະນີນໍາເຂົ້າ (ບໍ່ແມ່ນຕິດເຊື້ອໃນຊຸມຊົນ ທີ່ ຍາກໃນການຕິດຕາມຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ ຊິດ ກັບຜູ້ຕິດເຊື້ອ).
ຄະນະສະເພາະກິດຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ປະເທດລາວຍັງມີຄວາມສ່ຽງສູງທີ່ຈະມີການລະບາດຂອງພະຍາດໂຄວິດ-19 ອີກຮອບໃໝ່ໃນຊຸມຊົນຍ້ອນວ່າ ປະເທດອ້ອມຂ້າງ ສປປ ລາວຍັງມີການແຜ່ລະບາດຂອງ ພະຍາດດັ່ງກ່າວຢູ່ ສິ່ງສໍາຄັນຖ້າແຮງງານລາວຜູ້ໃດໜຶ່ງ ຕິດເຊື້ອພະຍາດດັ່ງກ່າວແບບບໍ່ຮູ້ຕົວ ແລະ ລັກລອບ ເຂົ້າມາ ກໍອາດນໍາເຊື້ອມາແຜ່ລະບາດຢູ່ໃນຊຸມຊົນໄດ້, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ອໍານາດການປົກຄອງເມືອງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານບໍ່ວ່າຈະເປັນທາງບົກ ແລະ ທາງນໍ້າໃຫ້ເພີ່ມທະວີການລາດຕະເວນຕາມຊາຍ ແດນຢ່າງເຂັ້ມງວດເພື່ອບໍ່ໃຫ້ມີຜູ້ລັກລອບເຂົ້າມາ. ເຖິງ ແມ່ນວ່າ, ພະຍາດໂຄວິດ-19 ຈະເປັນພະຍາດທີ່ຮ້າຍ ແຮງແຕ່ກໍສາມາດປ້ອງກັນໄດ້ຖ້າທຸກຊັ້ນຄົນໃນສັງຄົມ ປະຕິບັດຄຳສັ່ງ 15/ນຍ ແລະ ມາດ ຕະການຕ່າງໆໃນ ການ ປ້ອງກັນພະຍາດໂຄວິດ-19 ທີ່ ທາງຄະນະສະ ເພາະກິດ ວາງອອກ.