ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ອີກ 1 ຄົນ ລວມເປັນ 12 ຄົນ, ເຊີ່ງຜູ້ກ່ຽວເປັນນັກສຶກສາລາວ ທີ່ເດີນທາງມາແຕ່ປະເທດອັງກິດ, ຈາກການເກັບຕົວຢ່າງ ກໍລະນີສົງໄສມາກວດ 17 ຄົນໃນວັນທີ 5 ເມສາ 2020.
ທີ່ສໍາຄັນຜູ້ຕິດເຊື້ອຄົນທີ 12 ແມ່ນເດີນທາງຮ່ວມຖ້ຽວບິນດຽວກັນກັບຜູ້ຕິດເຊື້ອຄົນທີ 11 ທີ່ລາຍງານໃນມື້ວານນີ້ ດ້ວຍຖ້ຽວບິນ TG 574 ບາງກອກ-ວຽງຈັນ. ສະນັ້ນ ຄະນະສະເພາະກິດ ຈຶ່ງແຈ້ງວ່າ ຖ້າຄົນໃດຫາກຮູ້ວ່າ ຕົນເອງຮ່ວມຖ້ຽວບິນນີ້ ແລະ ມີອາການຜິດປົກກະຕິສາມາດໂທຫາສາຍດ່ວນ 166 ເພື່ອຄໍາແນະນໍາ.
ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດຄວບຄຸມ ໂຄວິດ-19 ໃນຕອນບ່າຍວັນທີ 6 ເມສາ 2020 ໃຫ້ຮູ້ວ່າ: ຜູ້ທີ 12 ແມ່ນ ເພດຍິງ ອາຍຸ 20 ປີ ຢູ່ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເຊີ່ງເປັນນັກສຶກສາລາວ ທີ່ເດີນທາງມາແຕ່ປະເທດອັງກິດ.
ຜູ້ກ່ຽວມີປະຫວັດການເດີນທາງມາຈາກປະເທດອັງກິດ ໃນວັນທີ ວັນທີ 22 ມີນາ 2020, ເດີນທາງຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 23 ມີນາ 2020 ໂດຍຜ່ານສະໜາມບິນສຸວັນນະພູມ ປະເທດໄທ ດ້ວຍຖ້ຽວບິນ TG 574 ເຊີ່ງເປັນສາຍການ ບິນດຽວກັບຜູ້ທີ 11.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດໄດ້ແຈ້ງໃຫ້ຊາບໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ວັນທີ 6 ເມສາ 2020 ນີ້ວ່າ ຜູ້ຕິດເຊື້ອດັ່ງກ່າວ ແມ່ນມີການຈໍາກັດບໍລິເວນຕົນເອງຕາມການແນະນໍາ. ຜູ້ກ່ຽວເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ ເລີ່ມແຕ່ວັນທີ 24 ມີນາ 2020 ຈົນຮອດ ວັນທີ 5 ເມສາ 2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19. ປະຈຸບັນ ແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ ມີອາການຂັ້ນເບົາບາງ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ