Vientiane Times Lao
ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງຢູ່ໂຮງໝໍ 3 ຄົນ ອາດຈະໄດ້ອອກໂຮງໝໍ ໃນອາທິດໜ້າ

ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງຢູ່ໂຮງໝໍ 3 ຄົນ ອາດຈະໄດ້ອອກໂຮງໝໍ ໃນອາທິດໜ້າ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຊາບໃນຕອນ ບ່າຍມື້ນີ້ວ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ຍັງນອນຕິດຕາມອາການຢູ່ໂຮງໝໍ 3 ຄົນ ຄາດວ່າຈະໄດ້ອອກໂຮງໝໍ ພາຍໃນອາທິດໜ້ານີ້.

ຮສ. ດຣ ພູທອນ ເມືອງປາກ ກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ ທັງໝົດ 3 ຄົນນັ້ນ ແມ່ນມີອາການປົກກະຕິ, ເຊິ່ງຈະໄດ້ຕິດຕາມເກັບຕົວຢ່າງມາກວດຕື່ມອີກ 02 ຄັ້ງ, ຖ້າຜົນກວດບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ ຈຶ່ງຈະໄດ້ພິຈາລະນາໃຫ້ອອກໂຮງໝໍ ເພື່ອຈະໄດ້ໄປຕິດຕາມອາການດ້ວຍການຈໍາກັດບໍລິເວນຕົນເອງຢູ່ເຮືອນຕື່ມອີກ 14 ວັນ ກ່ອນຈະໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວຊີວິດປະຈໍາວັນປົກກະຕິ.

ພ້ອມດຽວກັນ ຄະນະສະເພາະກິດ ກໍ່ສະແດງຄວາມພໍໃຈທີ່ຢູ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ເປັນໄລຍະ 49 ວັນ ຕິດຕໍ່ກັນ, ພິເສດແມ່ນບໍ່ມີຜູ້ເສຍຊີວິດ ແລະ ພະຍາດດັ່ງກ່າວບໍ່ຕິດເດັກນ້ອຍ. ແຕ່ກໍ່ຮຽກຮ້ອງໃຫ້ຜູ້ປົກຄອງເອົາໃຈໃສ່ແນະນໍາລູກຫຼານຂອງຕົນກ່ຽວກັບວິທີປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໃນໂອກາດເລີ່ມເປີດການຮຽນ-ການສອນຄືນໃໝ່ໃນອາທິດໜ້ານີ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply