Vientiane Times Lao
ຜູ້ຕິດເຊື້ອໂຄວິດ-19 ຜູ້ທີ 22 ໄດ້ປິ່ນປົວດີື ແລະ ອອກຈາກໂຮງໝໍແລ້ວ

ຜູ້ຕິດເຊື້ອໂຄວິດ-19 ຜູ້ທີ 22 ໄດ້ປິ່ນປົວດີື ແລະ ອອກຈາກໂຮງໝໍແລ້ວ

ຜູ້ຕິດເຊື້ອພະຍາດໂຄວິດ-19 ນໍ້າເບີ ທີ 22 ຫຼື ຜູ້ທີ 22 ໄດ້ປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວໃນ ຕອນເຊົ້າວັນທີ 14 ກັນຍາ 2020,  ຫຼັງຈາກປິ່ນ ປົວ ຢູ່ໂຮງໝໍມິດຕະພາບນັບແຕ່ວັນທີ 13 ສິງຫາທີ່ຜ່ານ ມາ, ແຕ່ຍັງຖືກນໍາໂຕໄປກັກບໍລິເວນອີກເປັນ ເວລາ 14 ວັນຢູ່ທີ່ໂຮງແຮມ.
ຜູ້ຕິດເຊື້ອ ນໍ້າເບີ 22 ນີ້ແມ່ນຄົນສັນຊາດລາວ ແລະ ໄດ້ເດີນທາງມາແຕ່ຕ່າງປະເທດ ຊຶ່ງໄດ້ກວດພົບເຊື້ອ ໃນວັນທີ 13 ສິງຫາທີ່ຜ່ານມາ.
ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງ ໝໍມິດຕະພາບ ຫຼັງຈາກທີ່ກວດພົບເຊື້ອພະຍາດດັ່ງ ກ່າວໃນວັນທີ 10 ກັນຍາທີ່ຜ່ານມາ ຊຶ່ງເປັນເພດ ຊາຍ  ອາຍຸ 29 ປີ ເປັນຄົນລາວ ອາຊີບ ນັກກິລາກອງທັບ, ບັນຊາລົດ ຖັງ,  ພາຍຫຼັງທີ່ໄດ້ເຂົ້າຮ່ວມກິລາທາງການທະຫານ ຢູ່ ສະຫະພັນ ຣັດເຊຍ ໃນໄລຍະທີ່ຜ່ານມາ ແລະ ຕິດເຊື້ອມາ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply