ຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຮູ້ໃນມື້ວານນີ້ວ່າ ປະຈຸບັນຍັງມີຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍ 17 ຄົນ ເຊິ່ງທັງໝົດມີອາການຄົງຕົວຂັ້ນເບົາບາງ, ພາຍຫຼັງ 2 ຄົນ ຫາຍດີ ແລະ ໄດ້ກັບບ້ານແລ້ວ.
ປະຈຸບັນມີ 03 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ແລະ 14 ຄົນຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ ກ່ອນຈະໄດ້ຮັບອະນຸຍາດໃຫ້ກັບບ້ານພາຍຫຼັງປີ່ນປົວຫາຍດີ ເໝືອນກັບ 2 ຄົນໃນຜ່ານມາ.
ນັບແຕ່ເດືອນມັງກອນ ຮອດ ວັນທີ 16 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,291 ຄົນ ເຊິ່ງຜົນກວດຈໍານວນທີ່ພົບເຊື້ອແມ່ນຍັງຢູ່ທີ່ 19 ເທົ່າເດີມ.
ພ້ອມດຽວກັນ, ຄະນະສະເພາະກິດ ຍັງໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ-16 ເມສາ 2020 ມີທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 260 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 53 ຄົນ, ໃນນີ້ ຢູ່ນະຄອນຫຼວງວຽງຈັນ 27 ຄົນ (ໃນນັ້ນ 14 ຄົນ ແມ່ນຕິດຕາມອາການຢູ່ບ້ານ ແລະ ອີກ 13 ຄົນແມ່ນຕິດຕາມຢູ່ໂຮງໝໍ 103), ແຂວງ ໄຊສົມບູນ 26 ຄົນ (ທັງໝົດຕິດຕາມ ເພື່ອສັງເກດອາການຢູ່ ທີ່ພັກພູຄຳ).
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ