Vientiane Times Lao
ຜູ້ຢູ່ເຮືອນເຊົ່າອາດຈະໄດ້ຮັບຂ່າວດີ ເລື່ອງຍົກເວັ້ນຄ່າເຊົ່າ ຊ່ວງການລະບາດຂອງໂຄວິດ-19

ຜູ້ຢູ່ເຮືອນເຊົ່າອາດຈະໄດ້ຮັບຂ່າວດີ ເລື່ອງຍົກເວັ້ນຄ່າເຊົ່າ ຊ່ວງການລະບາດຂອງໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຕໍ່ກອງປະຊຸມເພື່ອແກ້ໄຂ ຜົນກະທົບຈາກການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕໍ່ເສດຖະກິດລາວ ເພື່ອໃຫ້ລັດຖະບານມີມາດຕະການຊ່ວຍເຫຼືອຜູ້ເຊົ່າເຮືອນຢູ່.

ໃນໄລຍະກອງປະຊຸມດັ່ງກ່າວ ທີ່ຈັດຂຶ້ນໃນມື້ວານນີ້ ຢູ່ກະຊວງແຜນການ ແລະ ການລົງທຶນ, ຜູ້ຕ່າງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີໃຫ້ລັດຖະບານອອກແຈ້ງການເຖິງຜູ້ປະກອນການ ເຮືອນເຊົ່າ, ຫ້ອງເຊົ່າ ເພື່ອຫຼຸດຜ່ອນ ຫຼື ເລື່ອນຄ່າເຊົ່າ ຫຼື ຍົກເວັ້ນຄ່າເຊົ່າໃຫ້ ແກ່ຜູ້ອອກແຮງງານ ເປັນຕົ້ນແມ່ນປະຊາຊົນຜູ້ຫາເຊົ້າກິນຄໍ່າ ທີ່ໄດ້ຮັບຜົນກະທົບຈາກການປະກອບອາຊີບ ເປັນຄົນທີ່ດໍາລົງຊີວິດ ແລະ ປະກອບອາຊີບໃນຕົວເມືອງໃຫຍ່ ໃນຊ່ວງໄລຍະ 2 ເດືອນ (ເດືອນພຶດສະພາ ແລະ ເດືອນມີຖຸນາ 2020) ໂດຍລັດຖະບານຈະມີນະໂຍບາຍຫຼຸດຜ່ອນ ຫຼື ຍົກເວັ້ນການເກັບອາກອນຈາກຜູ້ປະກອບການ. ຜົນຂອງກອງປະຊຸມໃນມື້ວານນີ້ ແມ່ນຈະໄດ້ນໍາສະເໜີຕໍ່ກອງປະຊຸມປະຈໍາເດືອນຂອງລັດຖະບານ ທີ່ຈະຈັດຂຶ້ນໃນວັນທີ 23 ເມສາ 2020 ທີ່ຈະມາເຖິງນີ້.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ

Related Articles

Leave a Reply