ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ຕາງໜ້າໂດຍ ທ່ານ ດຣ. ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ເຖິງ 4 ກໍລະກົດ 2021 ແມ່ນໃຫ້ບຸກຄົນ ແລະ ນິຕິບຸກຄົນປະຕິບັດຢ່າງເຂັ້ມງວດຕາມຄໍາສັ່ງ 15/ນຍ ແລະ ມາດຕະການຕ່າງໆທີ່ວາງອອກຖ້າຫາກລະເມີດມາດຕະການໃດໜຶ່ງແມ່ນຈະຖືກສຶກສາອົບຮົມ ກ້າວເຂົ້າສູ່ດໍາເນິນຄະດີ ແລະ ຖືກປັບໃໝ ຊຶ່ງບຸກຄົນທີ່ລະເມີດແມ່ນຈະຖືກປັບໃໝ ແຕ່ 500.000 ຫາ 3.000.000 ກີບຕໍ່ຄົນຕໍ່ຄັ້ງ ແລະ ນິຕິບຸກຄົນຈະຖືກປັບໃໝແຕ່ 5.000.000 ຫາ 10.000.000 ກີບ ຕໍ່ນິຕິບຸກຄົນ ຕໍ່ຄັ້ງ.
ທ່ານ ດຣ. ນາງ ໄຊພອນ ໃຫ້ຮູ້ຕື່ມວ່າ: ການເປີດຮ້ານອາຫານ, ຮ້ານກາເຟ ແລະ ຮ້ານອື່ນໆຢູ່ເຂດນອກບ້ານແດງແມ່ນໃຫ້ເປີດບໍ່ໃຫ້ເກີນ 22:00 ໂມງ ແລະ ຫ້າມຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ແຕ່ການເປີດຮ້ານດັ່ງກ່າວນັ້ນເຈົ້າຂອງຮ້ານ, ພະນັກງານ ແລະ ລູກຄ້າຕ້ອງປະຕິບັດມາດຕະການປອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດເຊັ່ນ: ໃສ່ຜ້າອັດປາກ-ດັງ, ກ່ອນເຂົ້າຮ້ານມີການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ແລະ ຮັບປະທານອາຫານວ່າງທີ່ມີຈໍານວນຄົນຫຼາຍກວ່າ 50 ຄົນ, ການເດີນທາງເຂົ້າ-ອອກ ນວ ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດແຕ່ລະຂັ້ນ ແລະ ອື່ນໆ.
