ບັນດາຜູ້ລົງສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ລົງເຄື່ອນໄຫວຫາສຽງ ໃນມື້ວັນທີ 12 ກຸມພາ 2026 ນີ້ຢູ່ເມືອງຫີນບູນ ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ສະໝັກຮັບເລືອກຕັ້ງນໍ້າເບີ 1, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ຜູ້ສະໝັກຮັບເລືອກຕັ້ງນໍ້າເບີ 2 ພ້ອມດ້ວຍບັນດາຜູ້ລົງສະໝັກ ສສຊ 14 ທ່ານ ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ຮອງຫົວໜ້າອະນຸກໍາມະການເລືອກຕັ້ງຂັ້ນແຂວງ ເຂົ້າຮ່ວມຕິດຕາມ ແລະ ມີການນຳຫຼັກແຫຼ່ງຂອງເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ຕະຫລອດຮອດ ພໍ່ແມ່ປະຊາຊົນຈາກບັນດາບ້ານຕ່າງໆໃນເທສະບານເມືອງເຂົ້າ
ຮ່ວມ. ເມືອງຫີນບູນ ມີ 100 ບ້ານ, ປະຊາກອນ 53.379 ຄົນ, ຍິງ 27.548 ຄົນ, ມີ 49 ຈຸດປ່ອນບັດ ແລະ ຜູ້ມີສິດປ່ອນບັດຕົວຈິງ 38.305 ຄົນ, ຍິງ 19.436 ຄົນ.
ສໍາລັບເມືອງຫີນບູນ ມີຈຸດເຄື່ອນໄຫວຫາສຽງທັງໝົດ 3 ຈຸດຄື: ສະໂມສອນຂອງເມືອງ, ບ້ານປຸ່ງເໜືອ ແລະ ບ້ານຄຳແກ້ວ. ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 12 ມີ 14 ທ່ານ, ຍິງ 3 ທ່ານ ໃນນັ້ນ, ຈະໄດ້ເລືອກເອົາ 10 ທ່ານ.


