ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຫຼວງນໍ້າທາ ຊຸດທີ V ລົງສະເໜີຕົວຫາສຽງ ຢູ່ທີບ້ານກາງໂພນສິງ ເມືອງສິງ ໃນມື້ວານນີ້ ນໍາພາໂດຍທ່ານ ນາງ ອຳໄພວອນ ລອມບູນເເພງ ກໍາມະການສູນກາງພັກ ກຳມະການຄະນະປະຈໍາພັກ ສະພາເເຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ພ້ອມດ້ວຍຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຫຼວງນໍ້າທາຊຸດທີ V, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະສະມາຊິກສະພາປະຊາຊົນເເຂວງປະຈໍາເຂດເລືອກຕັ້ງເມືອງສິງ, ອານຸກໍາມະການໂຄສະນາປຸກລະດົມຂັ້ນເມືອງ, 2 ກອງບັນຊາການ ປກຊ-ປກສ, ພະນັກງານຫຼັກແຫຼ່ງ, ປະທານປົກຄອງຕາເເສງ ແລະ ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງເຂົ້າຮ່ວມ.
ທ່ານ ຫຼ້າປະເສີດ ສີປະເສີດ ກຳມະການປະຈຳພັກເເຂວງ ກຳມະການຄະນະກຳມະການເລືອກຕັ້ງຂັ້ນເເຂວງ ອານຸກຳມະການໂຄງປະກອບ ເເລະ ບຸກຄະລາກອນ ໄດ້ຂຶ້ນລາຍງານຄຸນລັກສະນະຂອງຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງສິງ. ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ມີ 10 ທ່ານ ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງເປັນ ສສຂ ປະຈຳເມືອງສິງ ມີ 7 ທ່ານ ຍິງ 2 ທ່ານ, ເລືອກເອົາ 5 ທ່ານ, ຊຶ່ງເປັນຕົວແທນໃຫ້ແກ່ພົນລະເມືອງ ຊາວແຂວງຫຼວງນໍ້າທາ ທັງໝົດ ຈໍານວນ 215,902 ຄົນ ຍິງ 105,069 ຄົນ, ທຽບໃສ່ຜູ້ຮັບສະໝັກເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ IV ຜ່ານມາ ແມ່ນເພີ່ມຂຶ້ນ 15%, ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງຈົ່ງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%ຄື: ຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%.
ຈາກນັ້ນ, ຜູ້ລົງຮັບສະມັກເລືອກຕັ້ງເປັນ ສສຊ ແລະ ສສຂ ເມືອງສິງ ໄດ້ຂຶ້ນສະເໜີຕົວ, ຜ່ານປະຫວັດການເຄື່ອນໄຫວຂອງຕົນໃນໄລຍະທີ່ຜ່ານມາ. ການລົງໂຄສະນາຫາສຽງໃນຄັ້ງນີ້, ຈະດໍາເນີນໄປເປັນເວລາທັງໝົດ 7 ວັນ, ເລີ່ມແຕ່ວັນທີ 9 ຫາ 17 ກຸມພາ 2026 ໂດຍຈະລົງເຄື່ອນໄຫວທັງໝົດ 10 ຈຸດ; ເພື່ອໃຫ້ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດໄດ້ພິຈາລະນາເລືອກເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ ເຂົ້າໄປເຮັດໜ້າທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ໃນສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງສິງຢ່າງເເທ້ຈີງ.
ຂ່າວ: ນາງ ອຳພອນ ນວນລະວົງ


