ອໍານາດການປົກຄອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ອັນເຊີນພຣະເຈົ້າ ແຖ່ນຄໍາເຫຼືອງຊຶ່ງເປັນອົງພຣະທີ່ສັກສິດຄູ່ບ້ານຄູ່ເມືອງ ຂອງຊາວແຂວງສະຫວັນນເຂດ ກໍຄືຂອງຊາວເມືອງໄຊພູທອງ ເມື່ອມໍ່ໆມານີ້ ຂຶ້ນປະດິດສະຖານໄວ້ໃນອົງພຣະທາດໂຜ່ນຕາມເດີມເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ເນື່ອງໃນໂອກາດບຸນສົງການປີໃໝ່ລາວ.
ພິທີອັນເຊີນພຣະເຈົ້າແຖ່ນຄໍາເຫຼືອງ ເລີ່ມຕົ້ນດ້ວຍພິທີທາງສາສະໜາ ໂດຍພະເຖລານຸເຖລະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາລາດຖະນາພຣະເຈົ້າແຖ່ນຄໍາເຫຼືອງ ເຄື່ອນຍ້າຍ ໄປປະດິດສະຖານຢູ່ບ່ອນທີ່ຈັດສັນໄວ້ ເພື່ອໃຫ້ປະຊາຊົນ, ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ. ພາຍຫຼັງຄົບກໍານົດແລ້ວກໍຈະໄດ້ ອັນເຊີນພຣະເຈົ້າແຖ່ນຄໍາເຫຼືອງ ຂຶ້ນປະທັບໃນອົງພະທາດໄວ້ ເພື່ອປະຕິບັດຕາມຮີດຄອງປະເພນີລາວ ທີ່ເຄີຍປະຕິບັດກັນມາ, ຊຶ່ງໃນປີໜຶ່ງແມ່ນຈະໄດ້ອັນເຊີນພຣະເຈົ້າແຖ່ນຄໍາເຫຼືອງ ລົງມາຄາລະວະ 2 ຄັ້ງຄື: ມື້ຂຶ້ນ 3 ຄໍ່າເດືອນ 3 ເພັງ ແລະ ມື້ຂຶ້ນ 15 ຄໍ່າ ເດືອນ 5 ເພັງ ຂອງທຸກໆປີ. ການຫົດສົງພຣະເຈົ້າແຖ່ນຄໍາເຫຼືອງຈະໄດ້ດຳເນີນໄປເປັນເວລາ 7 ວັນ ເລີ່ມແຕ່ວັນທີ 2-8 ເມສາ 2026.
ຂ່າວ-ພາບ: ພັນທະມິດ ວົງສຸທິ

