Vientiane Times Lao
ພະຍາດຜີວໜັງອັກເສບງົວ-ຄວາຍບໍ່​ສ​າມາດຕິດ​ຕໍ່ ​ໃສ່​ຄົນ​

ພະຍາດຜີວໜັງອັກເສບງົວ-ຄວາຍບໍ່​ສ​າມາດຕິດ​ຕໍ່ ​ໃສ່​ຄົນ​

ພະ​ແນກ​ກະ​ສິ​ກຳ ແລະ ​ປ່າ​ໄມ້ ນະ​ຄອນ​ຫຼວງວຽງ ​ຈັນ​ໃຫ້​ຮູ້​ວ່າ: ທີມ​ງານ​ສັດຕະວະແພດຈາກ ຂະແໜງ ລ້ຽງສັດ ແລະ ການປະມົງໄດ້ສົມທົບກັບສັດຕະວະແພດ ເມືອງທີ່ກ່ຽວຂ້ອງ​ລົງ​ປິ່ນ​ປົວ ແລະ ເລັ່ງປ້ອງ ​ກັນພະຍາດຜີວໜັງອັກເສບ ງົວ- ຄວາຍ ແລ້ວ​ໂດຍ ເກີດ​ຢູ່ໃນ 128 ບ້ານຂອງ 7 ເມືອງໃນນະຄອນ ຫຼວງວຽງຈັນ ຊຶ່ງມີ​ງົວ-ຄວາຍ​ຕິດ​ເຊື້ອ​ພະ​ຍາດ​ ດັ່ງ​ກ່າວ​ແລ້ວ​ຫຼາຍກວ່າ 2.330 ໂຕ ໃນ​ນີ້​ໄດ້​ປິ່ນ​ປົວ​ ຫາຍ​ດີ​ແລ້ວ 2.040 ໂຕ ແລະ ຕາຍ​ແລ້ວ 22 ໂຕ.  7 ເມືອງ ທີ່​ເກີດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​​ນີ້​ປະ​ກອບ​ມີ: ເມືອງຫາດຊາຍຟອງ, ສັງທອງ, ນາຊາຍທອງ, ສີໂຄດຕະບອງ, ໄຊທານີ, ໄຊເສດຖາ ແລະ ເມືອງປາກງື່ມ, ຍັງ​ເຫຼືອ​ແຕ່ 2 ເມືອງ​ຄື​: ເມືອງ​ສີ​ສັດ​ຕະ​ນາກ ແລະ ເມືອງ​ຈັນ​ທະ​ບູ​ລີ​ທີ່​ຍັງ​ບໍ່​ມີ​ພະ​ຍາດ​ດັ່ງ​ກ່າວ.
ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ​ແຈ້ງ​ໃຫ້​ຮູ້​ກ່ຽວ ​ກັບ​ພະ​ຍາດ​ດັ່ງ​ກ່າວ​ວ່າ: ອາການສະແດງອອກ ຂອງສັດຕິດເຊື້ອພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ແມ່ນມີຕຸ່ມທົ່ວຕົນໂຕ ໂດຍສະເພາະບໍລິເວແອບແອ້ຂາຫຼັງ, ສັດຈະເປັນໄຂ້ ແລະ ຈ່ອຍ, ຖ້າຮັກ ສາບໍ່ທັນ ຕຸ່ມຈະແຕກ, ເມື່ອແມງວັນໄປຕອມ ແລະ ໄຂ່ໃສ່ຈະເກີດເປັນໜອນ ແລະ ຊຶມເຊື້ອຈົນເຮັດ ໃຫ້ສັດຕາຍໄດ້.
ທ່ານ​ຫຼ້າ​ສາຍ​ໃຫ້​ຮູ້​ຕື່ມ​ວ່າ: ພະຍາດຜີວໜັງອັກເສບ ຕິດຕໍ່ ງົວ-ຄວາຍ ບໍ່ສາມາດຕິດຕໍ່ໃສ່ຄົນໄດ້, ສ່ວນ ສັດທີ່ຕິດເຊື້ອເມື່ອປິ່ນ ປົວດີແລ້ວສາມາດບໍລິ ໂພກ ໄດ້. ຢ່າງໃດກໍ່ຕາມ ເພື່ອບໍ່ໃຫ້ສົ່ງຜົນກະທົບຮ້າຍ ແຮງຕໍ່ການສະໜອງຊີ້ນງົວ-ຄວາຍ ຮັບໃຊ້ໃນສັງຄົມ ທາງພະແນກໄດ້ອະນຸຍາດໃຫ້ບັນດາໂຮງຂ້າສັດນໍາເອົາງົວ-ຄວາຍຈາກບັນດາບ້ານ, ຟາມ ຫຼື ເຂດທີ່ໄດ້ ຮັບການຢັ້ງຢືນປອດພະຍາດດັ່ງກ່າວຈາກຂະແໜງກ່ຽວຂ້ອງເຂົ້າມາຂ້າໃນໂຮງງານໄດ້ ເຮັດໃຫ້ປັດຈຸ ບັນ ຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ຍັງມີຊີ້ນງົວ-ຄວາຍ ຈຳໜ່າຍພຽງພໍກັບຄວາມ ຕ້ອງການຂອງຜູ້ບໍລິໂພກ.

ຂໍ້​ມູນ-ພາບ: ບຸນຕຽງ ຈັນທະວົງ

Related Articles

Leave a Reply