ຈາກກໍລະນີທີ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 6 ຄົນໃນມື້ວັນທີ່ 30 ມິຖຸນາ 2021 ນີ້ຢູ່ສະເພາະແຂວງຈໍາປາສັກ ໃນນັ້ນ 3 ຄົນພົບວ່າຕິດເຊື້ອພະຍາດໂຄວິດ-19 ເປັນສາຍພັນໃໝ່ຄືສາຍພັນເດວຕາ ຊຶ່ງເປັນ 1 ໃນ 4 ສາຍພັນທີ່ຮ້າຍແຮງຖ້າທຽບກັບສາຍພັນອື່ນໆ ນັ້ນໝາຍຄວາມວ່າ ສາຍພັນເດວຕາ ໄດ້ກວດພົບຢູ່ ສປປ ລາວແລ້ວ ແຕ່ຍັງໂຊກດີທີ່ກວດພົບຈາກແຮງງານລາວທີ່ກັບຄືນປະເທດ ບໍ່ແມ່ນລະບາດໃນຊຸມຊົນ.
ອົງການອະນາໄມໂລກໄດ້ມີການຕັ້ງຊື່ສາຍພັນໃໝ່ຂອງພະຍາດໂຄວິດ-19 ປະກອບມີ 4 ສາຍພັນທີ່ໄດ້ຖືກຈັດເປັນກຸ່ມສາຍພັນທີ່ໜ້າເປັນຫ່ວງ ຄືສາຍພັນ ອາວຟາ, ເບຕາ, ແກັມມາ ແລະ ເດວຕາ ແລະ ຍັງມີອີກ 7 ສາຍພັນທີ່ຖືກຈັດໃນກຸ່ມສາຍພັນທີ່ຄວນເຝົ້າລະວັງ. ສະເພາະການລະບາດຄັ້ງທີ 2 ໃນ ສປປ ລາວ ແມ່ນການລະບາດຂອງສາຍພັນ ອາວຟາ ເຊິ່ງເຮັດໃຫ້ມີການລະບາດໄດ້ງ່າຍ ແລະ ໄວກວ່າສາຍພັນດັ່ງເດີມ.
