ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ເຖິງແມ່ນວ່າພະຍາດໂຄວິດ-19 ຈະເປັນພະຍາດທີ່ອັນຕະລາຍ ແລະ ຮ້າຍແຮງເພາະ ຮອດປັດຈຸບັນຍັງບໍ່ມີປະເທດໃດໆທີ່ສາມາດຜະລິດຢາ ຫຼື ວັກຊີນປ້ອງກັນະຍາດດັ່ງກ່າວໄດ້ເທື່ອ ແຕ່ສາມາດປ້ອງກັນໄດ້ ໂດຍພໍ່ແມ່ປະຊາຊົນລາວທຸກຊົນເຜົ່າ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ແລະ ມາດຕະການຕ່າງໆທີ່ທາງຄະນະສະ ເພາະກິດວາງ ອອກຢ່າງເຂັ້ມງວດ ເຊັ່ນວ່າ: ໃຫ້ຢູ່ເຮືອນບໍ່ໃຫ້ອອກໄປນອກຖ້າບໍ່ຈຳເປັນ, ຍົກເວັ້ນການ ໄປປະຈຳການ, ປະຕິບັດໜ້າທີ່, ຊື້ເຄື່ອງບໍລິໂພກ, ອຸປະໂພກທີ່ຈຳເປັນ, ໄປຫາແພດ ຫຼື ໄປຮັບການສັກຢາວັກຊີນ, ໃສ່ຜ້າປິດປາກ-ດັງ ຕະຫຼອດໄລຍະເວລາອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ແລະ ສະບູ ຫຼື ດ້ວຍເຈວທີ່ມີສ່ວນເຫຼົ້າ 70% .
ຄະນະສະເພາະກິດປ້ອງກັນໃຫ້ຮູ້ຕື່ມວ່າ: ນອກນັ້ນໃຫ້ຫຼິກລ້ຽງການໃຊ້ມືສຳຜັດຕາ, ດັງ ແລະ ປາກ ຢ່າງເດັດຂາດ ແລະ ເມື່ອພົບປະກັບຄົນ ກໍ່ໃຫ້ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ຊຶ່ງຖ້າປະຕິບັດຕາມມາດຕະການດັ່ງກ່າວທ່ານກໍ່ສາມາດປ້ອງກັນພະຍາດໂຄວິດ-19 ໄດ້ແລ້ວ.
ປັດຈຸບັນນີ້, ປະເທດລາວຍັງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນລາຍວັນຊຶ່ງຮອດປັດ ຈຸບັນມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວແລ້ວທັງໝົດ 1.026 ຄົນຍັງມີແຕ່ແຂວງອັດຕະປື, ໄຊສົມບູນ ແລະ ຫົວພັນ ທີ່ຍັງບໍ່ພົບຜູ້ຕິດເຊື້ອ.


