Vientiane Times Lao
ພະຍາດໂປລີໂອ ເຮັດໃຫ້ເປັນອຳມະພາດຕະຫຼອດຊີວິດ ແລະ ເສຍຊີວິດໄດ້

ພະຍາດໂປລີໂອ ເຮັດໃຫ້ເປັນອຳມະພາດຕະຫຼອດຊີວິດ ແລະ ເສຍຊີວິດໄດ້

ໂປລີໂອ ຫຼື ເປ້ຍລ່ອຍ ແມ່ນພະຍາດຮ້າຍແຮງ ທີ່ເກີດຈາກເຊື້ອຈຸລະໂລກ ຈະເຮັດໃຫ້ເປັນອຳມະພາດ ຫຼື ເສຍຊີວິດ ເນື່ອງຈາກ ລະບົບກ້າມຊີ້ນຫາຍໃຈອ່ອນແຮງ ເຮັດໃຫ້ເປັນອຳມະພາດຕະຫຼອດຊີວິດ ແລະ ເສຍຊີວິດໄດ້

ພະຍາດໂປລີໂອ ເຊື້ອພະຍາດຈະເຈືອປົນຢູ່ໃນອາຈົມຂອງຜູ້ຕິດເຊື້ອ ແລະ ສາມາດແຜ່ກະຈາຍຜ່ານການກິນອາຫານ ຫຼື ນໍ້າທີ່ປົນເປື້ອນ ຊຶ່ງອາການຂອງພະຍາດ ເປັນໄຂ້, ເມື່ອຍ, ເຈັບຫົວ, ປວດຮາກ, ກ້າມຊີ້ນຄໍ ເຄັ່ງຕຶງ, ເຈັບແຂນຂາ ແລະ ກ້າມຊີ້ນອ່ອນແຮງ.

ສໍາລັບ ການປ້ອງກັນທີ່ດີທີ່ສຸດແມ່ນການຢອດ ແລະ ສັກ ວັກຊີນກັນພະຍາດໂປລີໂອ ຄື: ຢອດວັກຊີນຕອນເດັກອາຍຸ 6 ອາທິດ, 10 ອາທິດ ແລະ 14 ອາທິດ ພ້ອມນັ້ນ ສັກວັກຊີນຕອນເດັກອາຍຸ 14 ອາທິດ ແລະ 1 ປີ ເຕັມ, ປະຈຸບັນ ບໍ່ມີການປິ່ນປົວສະເພາະສໍາລັບພະຍາດໂປລີໂອ, ມີພຽງແຕ່ການປິ່ນປົວຕາມອາການເທົ່ານັ້ນ ເຊັ່ນ: ກາຍະພາບບຳບັດ ແລະ ການໃຊ້ເຄື່ອງມືຊ່ວຍຍ່າງ ແລະ ຊ່ວຍຫາຍໃຈ.

ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

Related Articles

Leave a Reply