ຫ້ອງວ່າການເມືອງສັງທອງ ໄດ້ແຈ້ງໃນວັນທີ 3 ມີນາ 2020 ໃຫ້ຊາບວ່າ: ເວລາປະມານ 17:00 ໂມງ ມື້ວານນີ້, ໄດ້ມີພະຍຸລະດູຮ້ອນພັດເຂົ້າຖະຫຼົ່ມເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ຊຶ່ງມີທັງລົມພັດແຮງ ແລະ ໝາກເຫັບຕົກສ້າງຄວາມເສຍຫາຍແກ່ບ້ານເຮືອນ, ຮ້ານຄ້າ ຂອງປະຊາຊົນ ແລະ ຕົ້ນໄມ້ຈໍານວນບໍ່ໜ້ອຍຫັກທັບເຮືອນ ແລະ ສິ່ງປຸກສ້າງ ອື່່ນໆ.
ເຫດການດັ່ງກ່າວ, ເຮັດໃຫ້ຈຳນວນ 6 ບ້ານ, ມີ 56 ຄອບຄົວໄດ້ຮັບຜົນກະທົບເສຍຫາຍ ແລະ ມີຈຳນວນ 2 ຄົນ ໄດ້ຮັບບາດເຈັບໜັກ, ເຊິ່ງຄິດເປັນມູນຄ່າເສຍຫາຍ ຫຼາຍກ່ວາ 191 ລ້ານກີບ.
ຈາກການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນ ລະຫວ່າງວັນທີ 2-5 ມີນາ 2020 ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກຢູ່ໃນ ລະດັບຄ່ອຍ ແຕ່ບາງພື້ນທີ່ຈະມີລົມພັດແຮງ.
ດັ່ງນັ້ນຈຶ່ງແຈ້ງເຕືອນໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ແລະ ອໍານາດການປົກຄອງທຸກພາກສ່ວນຈົ່ງມີສະຕິລະມັດລະວັງຕົວ ແລະ ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.
ຂ່າວ: ວຽງຈັນທາຍ