Vientiane Times Lao
ພະນັກງານການນໍາຂັ້ນສູງ 3 ທ່ານຂອງກະຊວງ ຖວທ ອອກພັກການ-ຮັບອຸດໜູນບໍານານ

ພະນັກງານການນໍາຂັ້ນສູງ 3 ທ່ານຂອງກະຊວງ ຖວທ ອອກພັກການ-ຮັບອຸດໜູນບໍານານ

ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ (ຖວທ), ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ໄດ້ອອກພັກການ-ຮັບອຸດໜູນບໍານານແລ້ວ ໂດຍ​ມີພິທີປະກາດ ໃນວັນທີ 10 ມິຖຸນາ 2021 ທີ່​ຜ່ານ​ມາ ​ຢູ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍ​ເຂົ້າ​ຮ່ວມ​ເປັນ​ປະ​ທານ​ຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ.

ເນື່ອງໃນໂອກາດ​ດັ່ງ​ກ່າວນີ້, ທ່ານ ນາງ ສວນສະຫວັນ ວິຍະເກດໄດ້ໃຫ້ກຽດໂອລົມໂດຍ​ມີ​ເນື້ອ​ໃນ​ບາງ​ຕອນ​ທີ່​ສຳ​ຄັນ​ວ່າ: ທັງ 3 ທ່ານ ທີ່ອອກພັກການ-ຮັບອຸດໜູນບໍານານໃນຄັ້ງນີ້ ສາ​ມາດເວົ້າໄດ້ວ່າເປັນຮຸ່ນບຸກ ເບີກໃນວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນໄລຍະໃໝ່ຂອງລາວເຮົາ, ​ທັງ 3 ທ່ານ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຕາມທີ່ພັກ ແລະ ລັດຖະບານມອບໝາຍໃຫ້ຢ່າງໄດ້ຮັບຜົນສຳເລັດ ແລະ ປະກອບສ່ວນສໍາຄັນເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໄດ້ຮັບການພັດທະນານັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊີ່ງກາຍເປັນບົດຮຽນສຳຄັນໃຫ້ແກ່ຄົນຮຸ່ນ ໃໝ່ໄດ້ສືບທອດ ແລະ ຮໍ່າຮຽນເອົາເປັນແບບຢ່າງ.

Related Articles

Leave a Reply