Vientiane Times Lao
ພະນັກງານສັນຍາຈ້າງ ຟຟລ ທີ່ມີຄວາມຜິດຈະຖືກຍົກເລີກສັນຍາວ່າຈ້າງທັນທີ

ພະນັກງານສັນຍາຈ້າງ ຟຟລ ທີ່ມີຄວາມຜິດຈະຖືກຍົກເລີກສັນຍາວ່າຈ້າງທັນທີ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ໃຫ້ຮູ້ວ່າ: ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ, ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ, ຖ້າພະນັກງານບົກຜ່ອງຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດ ຖ້າພະນັກງານສັນຍາຈ້າງທີ່ເປັນ ຕົ້ນເຫດຄວາມຜິດ ແມ່ນຈະຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນ ຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ຟຟລ ໃຫ້ຮູ້ຕື່ມອີກວ່າ:  ສໍາລັບພະນັກງານ ຟຟລ (ທີ່ເປັນພະນັກງານລັດ) ຖ້າມີຄວາມຜິດ ປະລະ ໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມ ເສຍຫາຍຕໍ່ຊັບສິນ ແລະ ພາບພົດຂອງຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບຕາມລະ ບຽບຂອງ ຟຟລ.

 ຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ

Related Articles

Leave a Reply