Vientiane Times Lao
ພັກ-ລັດ ໃຫ້ຄວາມສໍາຄັນໃນການປ້ອງກັນພະຍາດ ໂຄວິດ-19

ພັກ-ລັດ ໃຫ້ຄວາມສໍາຄັນໃນການປ້ອງກັນພະຍາດ ໂຄວິດ-19

ຄະນະເລຂາທິການສູນກາງພັກ ໄດ້ມີກອງປະຊຸມຫາລືດ້ານຄວາມພ້ອມຕ່າງໆ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ເພື່ອບໍ່ໃຫ້ແຜ່ຂະຫຍາຍສູ່ວົງກວ້າງໃນ ສປປ ລາວ.

ກອງປະຊຸມດັ່ງກ່າວຈັດຂື້ນໃນຕອນເຊົ້າ ວັນທີ 7 ເມສາ 2020 ຢູ່ຫ້ອງວ່າການສູນກາງພັກ ດ້ວຍລະບົບວີດີໂອທາງໄກ ເພື່ອປຶກສາຫາລືກ່ຽວກັບສະພາບການແຜ່ລະບາດ, ການປ້ອງກັນ, ຄວບຄຸມ ແລະ ການກະກຽມຄວາມພ້ອມຮອບດ້ານໃນການຮັບມືຂອງການລະບາດພະຍາດ ໂຄວິດ-19.

ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແລະ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ມີບັນດາອົງການອ້ອມຂ້າງສູນກາງພັກ, ລັດຖະບານ, ອົງການຈັດຕັ້ງມະຫາຊົນ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໂດຍໄດ້ມີການລາຍງານຂອງແຕ່ລະແຂວງ ໃນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານການລະບາດ ຂອງພະຍາດໂຄວິດ-19.

ຂ່າວ: ວຽງຈັນທາຍ

ພາບ: ຂ່າວສານປະເທດລາວ

Related Articles

Leave a Reply