ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນສະພາບອາກາດໃນໄລຍະ 5 ວັນຂ້າງໜ້າວ່າ: ນັບແຕ່ວັນທີ່ 5 -9 ພຶດສະພາ 2021 ນີ້ ກໍ່ຄືນັບແຕ່ມື້ອື່ນ ອາກາດຈະຮ້ອນ ຫາຮ້ອນອົບເອົ້າຫຼາຍ ແລະ ຈະມີພາຍຸຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກ ຟ້າຮ້ອງຟ້າເຫຼື້ອມ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ດັ່ງນັ້ນຈຶ່ງແຈ້ງເຕືອນປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດດັ່ງກ່າວຊຶ່ງອາດຈະເຮັດໃຫ້ເກີດອັກຄີໄພ ແລະ ຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ ໃນກໍລະນີທີ່ມີລົມພັດແຮງ.


