ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ລັດຖະບານມີນະໂຍບາຍພິເສດຫຼຸດຜ່ອນການຈ່າຍຄ່າໄຟຟ້າ ແລະ ນໍ້າປະປາ, ເລື່ອນການຊໍາລະເງິນກູ້ຂອງທະນາຄານ, ຫຼຸດຜ່ອນການຈ່າຍ ອາກອນລາຍໄດ້ ແລະ ອື່ນໆ ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນກະທົບດ້ານການທ່ອງທ່ຽວຈາກການແຜ່ລະບາດຂອງ ພະຍາດ ໂຄວິດ-19 ທີ່ ກອງປະຊຸມທາງໄກ ຂອງຄະນະສະເພາະກິດດ້ານເສດຖະກິດ ເພື່ອຫຼຸດຜ່ອນຜົນກະທົບ ຂອງການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນເມື່ອວັນທີ 28 ເມສາ 2021 ທີ່ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ພາຍຫຼັງທີ່ມີການເລີ່ມແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ, ລັດຖະບານລາວໄດ້ມີການປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຊຶ່ງການປິດດ່ານດັ່ງກ່າວນີ້ກໍ່ເປັນການປິດການເດີນທາງເຂົ້າ-ອອກ ຂອງນັກທ່ອງທ່ຽວ ຈຶ່ງສົ່ງຜົນກະທົບໂດຍກົງໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ, ສັງລວມແລ້ວ ຫົວໜ່ວຍທຸລະກິດການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບມີໂຮງແຮມ ຈໍານວນ 637 ແຫ່ງ, ຣີສອດ ແລະ ເຮືອນພັກ 2.283 ແຫ່ງ, ບໍລິສັດທ່ອງທ່ຽວ 539 ແຫ່ງ, ຕົວແທນບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ, ພະນັກງານນໍາທ່ຽວ 2.000 ກວ່າຄົນ ແລະ ເຄືອຂ່າຍບໍລິການ ການທ່ອງທ່ຽວອື່ນໆ.
ທ່ານ ສະຫວັນຄອນ ລາຊມຸນຕີ ໃຫ້ຮູ້ຕື່ມວ່າ: ຍ້ອນຜົນກະທົບດັ່ງກ່າວ, ຜູ້ປະກອບການດ້ານການທ່ອງທ່ຽວໄດ້ສະເໜີໃຫ້ລັດຖະບານພິຈາລະນາແກ້ໄຂຊ່ວຍເຫຼືອໂດຍຂໍໃຫ້ລັດຖະບານມີນະໂຍບາຍພິເສດຫຼຸດຜ່ອນການຈ່າຍ, ເລື່ອນການຊໍາລະເງິນກູ້ຂອງທະນາຄານ, ຫຼຸດຜ່ອນການຈ່າຍອາກອນລາຍໄດ້ລວມທັງຄ່າໄຟຟ້າ ແລະ ນໍ້າປະປາ ແລະ ອື່ນໆເພື່ອເຮັດໃຫ້ລາຄາລາຍການທ່ອງທ່ຽວຕໍ່າລົງ ຈຶ່ງຈະສາມາດຄໍ້າຈຸນທຸລະກິດໃຫ້ຢູ່ລອດໄດ້.
ຂ່າວ: ສົມຫວັງ


